lo_hos_text_ulb_l3/14/01.txt

1 line
920 B
Plaintext

\c 14 \v 1 ອິດສະຣາເອນເອີຍ, ຈົ່ງກັບຄືນມາຫາພຣະຢາເວພຣະເຈົ້າຂອງພວກເຈົ້າເທີ້ນ, ທີ່ພວກເຈົ້າໄດ້ລົ້ມລົງນັ້ນກໍຍ້ອນຄວາມຜິດບາບຂອງພວກເຈົ້າ. \v 2 ຈົ່ງນຳເອົາຖ້ອຍຄຳມາ ແລະກັບຄືນມາຫາພຣະຢາເວສາ. ອ້ອນວອນຕໍ່ພຣະອົງວ່າ, “ຂໍຊົງໂຜດຍົກເອົາຄວາມຜິດບາບທັງປວງຂອງພວກຂ້ານ້ອຍ ແລະ ຂໍຊົງຮັບເອົາສິງທີ່ດີແດ່ທ້ອນ, ເພື່ອພວກຂ້ານ້ອຍຈະໄດ້ຖວາຍຫມາກແຫ່ງສົບປາກຂອງພວກຂ້ານ້ອຍ.