lo_hos_text_ulb_l3/13/01.txt

1 line
1.0 KiB
Plaintext

\c 13 \v 1 "ເມື່ອເອຟາຣາອິມເວົ້າ, ກໍມີຄວາມຢ້ານກົວ. ພວກເຂົາຍົກຍ້ອງຕົນເອງໃນອິດສະຣາເອນ, ແຕ່ພວກເຂົາໄດ້ເຮັດຜິດ ເພາະຂາບໄຫວ້ພະບາອານ, ແລະ ພວກເຂົາກໍຕາຍ. \v 2 ຕອນນີ້ ພວກເຂົາກໍຍິ່ງເຮັດບາບເພີ່ມຂຶ້ນເລື້ອຍໆ. ພວກເຂົາຍັງຫລໍ່ຮູບດ້ວຍໂລຫະທີ່ເຮັດຈາກເງິນ, ຮູບເຄົາລົບຂາບທີ່ຫລໍ່ດ້ວຍສຸດຝີມືເທົ່າທີ່ເຮັດໄດ້, ພວກເຂົາທຸກຄົນເປັນຊ່າງຫັດຖະກຳ. ຄົນກ່າວເຖິງພວກເຂົາວ່າ, 'ຄົນເຫລົ່ານີ້ເປັນຜູ້ຖວາຍເຄື່ອງບູຊາດ້ວຍການຈູບລູກງົວ.'