lo_hos_text_ulb_l3/10/01.txt

1 line
1.1 KiB
Plaintext

\c 10 \v 1 ອິດສະຣາເອນເປັນເຫມືອນເຄືອອະງຸ່ນທີ່ສົມບູນທີ່ອອກຫມາກດົກ. ຍິ່ງມີການເກີດຜົນຫລາຍເທົ່າໃດ, ກໍຍິ່ງມີການສ້າງແທ່ນບູຊາຫລາຍເທົ່ານັ້ນ. ແຜ່ນດິນຂອງພວກເຂົາໄດ້ຮັບຜົນຜະລິດຫລາຍຂຶ້ນເທົ່າໃດ, ພວກເຂົາກໍມີການປັບປຸງເສົາສັກສິດທັງຫລາຍຂອງພວກເຂົາຫລາຍຂຶ້ນ. \v 2 ຈິດໃຈຂອງພວກເຂົາບໍ່ສັດຊື່; ບັດນີ້ ພວກເຂົາຈະຕ້ອງໄດ້ຮັບຜົນແຫ່ງຄວາມຜິດຂອງຕົນ. ພຣະຢາເວຈະຊົງມ້າງແທ່ນບູຊາທັງຫລາຍຂອງເຂົາ; ພຣະອົງຈະທຳລາຍເສົາສັກສິດຂອງພວກເຂົາ.