lo_hos_text_ulb_l3/08/13.txt

1 line
1.2 KiB
Plaintext

\v 13 ເຊັ່ນດຽວກັບເຄື່່ອງຖວາຍບູຊາທີ່ຖວາຍໃຫ້ແກ່ເຮົາ, ພວກເຂົາຖວາຍບູຊາຊີ້ນ ແລະ ກິນຊີ້ນນັ້ນ, ແຕ່ເຮົາຄືພຣະຢາເວ, ບໍ່ຍອມຮັບພວກເຂົາ. ບັດນີ້ ເຮົາຈະຄິດເຖິງຄວາມຊົ່ວຂອງພວກເຂົາ ແລະ ລົງໂທດຄວາມຜິດບາບຂອງພວກເຂົາ. ພວກເຂົາຈະກັບຄືນໄປຍັງປະເທດເອຢິບອີກ. \v 14 ປະຊາຊົນອິດສະຣາເອນໄດ້ຫລົງລືມເຮົາ, ພຣະຜູ້ສ້າງຂອງເຂົາແລ້ວ, ແລະພຣະອົງໄດ້ສ້າງພຣະຣາຊະວັງທັງຫລາຍ. ຢູດາ ໄດ້ສ້າງເມືອງຫລາຍເມືອງ, ແຕ່ເຮົາຈະສົ່ງໄຟໄປຍັງເມືອງຕ່າງໆເຫລົ່ານັ້ນຂອງພວກເຂົາ; ໄຟນັ້ນຈະທຳລາຍປ້ອມປາການທັງຫລາຍຂອງເຂົາ.