lo_hos_text_ulb_l3/07/12.txt

1 line
881 B
Plaintext

\v 12 ເມື່ອພວກເຂົາໄປ, ເຮົາຈະກາງຂ່າຍຂອງເຮົາອອກຄຸບພວກເຂົາ, ເຮົາຈະເອົາຝູງນົກທີ່ຕົກລົງມາຈາກທ້ອງຟ້າ. ເຮົາຈະລົງໂທດພວກເຂົາ ໃນການທີ່ພວກເຂົາເຕົ້າໂຮມກັນ. \v 13 ວິບັດແກ່ພວກເຂົາ! ເພາະພວກເຂົາໄດ້ຫລົງໄປຈາກເຮົາ. ການທຳລາຍທີ່ຮ້າຍແຮງກຳລັງມາເຖິງພວກເຂົາ! ພວກເຂົາເປັນກະບົດຕໍ່ສູ້ເຮົາ! ເຮົາຢາກຊ່ອຍພວກເຂົາ, ແຕ່ພວກເຂົາໄດ້ເວົ້າຕົວະຕໍ່ສູ້ເຮົາ.