lo_hos_text_ulb_l3/06/01.txt

1 line
1.5 KiB
Plaintext

\c 6 \v 1 ມາເຖີດ, ໃຫ້ພວກເຮົາກັບຄືນໄປຫາພຣະຢາເວເທາະ. ເພາະວ່າພຣະອົງໄດ້ຊົງຈີກພວກເຮົາເປັນທ່ອນໆ, ແຕ່ພຣະອົງຈະຊົງຮັກສາພວກເຮົາໃຫ້ດີ, ພຣະອົງຊົງເຮັດໃຫ້ພວກເຮົາບາດເຈັບ, ແຕ່ຈະຊົງພັນບາດແຜໃຫ້ພວກເຮົາ. \v 2 ຫລັງຈາກນັ້ນສອງມື້ ພຣະອົງຈະຊົງໃຫ້ພວກເຮົາຄ່ອຍດີຂຶ້ນ; ພຣະອົງຈະຊົງເຮັດໃຫ້ເຮົາດີຂຶ້ນໃນມື້ທີສາມ, ແລະ ພວກເຮົາຈະພວກເຮົາກໍຈະມີຊີວິດຢູ່ຕໍ່ພຣະພັກຂອງພຣະອົງ. \v 3 ຂໍໃຫ້ພວກເຮົາມາຮູ້ຈັກພຣະຢາເວກັນເທາະ; ຂໍໃຫ້ພວກເຮົາພະຍາຍາມຮູ້ຈັກພຣະອົງ. ພຣະອົງຈະສະເດັດມາຫາພວກເຮົາຢ່າງແນ່ນອນເຫມືອນຍາມເຊົ້າວັນໃຫມ່; ພຣະອົງຈະສະເດັດມາເຫມືອນດັ່ງຫ່າຝົນ, ເຫມືອນດັ່ງຝົນປາຍລະດູທີ່ຫົດລົງເທິງແຜ່ນດິນ."