lo_hos_text_ulb_l3/02/12.txt

1 line
1.0 KiB
Plaintext

\v 12 "ເຮົາຈະທຳລາຍຕົ້ນອະງຸ່ນຂອງນາງ ແລະຕົ້ນຫມາກເດື່ອເທດຂອງນາງ, ຊຶ່ງນາງໄດ້ເວົ້າວ່າ, 'ນີ້ເປັນຄ່າຈ້າງຂອງຂ້ອຍທີ່ພວກຄົນຮັກໄດ້ໃຫ້ຂ້ອຍໄວ້.' ເຮົາຈະເຮັດໃຫ້ພວກມັນເປັນປ່າ ແລະສັດທັງຫລາຍໃນທົ່ງນາກໍຈະມາກິນມັນເສຍ. \v 13 ເຮົາຈະລົງໂທດນາງສຳລັບວັນເທດສະການພະບາອານ, ເມືອນາງເຜົາເຄື່ອງຫອມໃຫ້ພວກເຂົາ, ເມື່ອນາງປະດັບໂຕແຫວນ ແລະ ເພັດພອຍ, ແລະນາງໄປຊອກຫາພວກຄົນຮັກຂອງນາງ ແລະ ລືມເຮົາ—ນີ້ຄືຄຳປະກາດຂອງພຣະຢາເວ.