lo_hos_text_ulb_l3/02/06.txt

1 line
930 B
Plaintext

\v 6 ດ້ວຍເຫດນັ້ນ ເຮົາຈະສ້າງສິ່ງທີ່ກີດຂວາງເພື່ອປິດກັ້ນທາງຂອງນາງດ້ວຍຫນາມ. ເຮົາຈະສ້າງກຳແພງກັ້ນນາງໄວ້ ດັ່ງນັ້ນ ນາງບໍ່ສາມາດພົບທາງຂອງນາງ. \v 7 ນາງຈະແລ່ນຕາມຫາພວກຄົນຮັກຂອງນາງ, ແຕ່ນາງຈະບໍ່ພົບພວກເຂົາ. ນາງຈະຊອກຫາພວກເຂົາ, ແຕ່ນາງຈະບໍ່ພົບພວກເຂົາ. ແລ້ວນາງຈະເວົ້າວ່າ, “ຂ້ອຍຈະກັບຄືນໄປຫາຜົວຄົນທຳອິດຂອງຂ້ອຍ, ເພາະວ່າມັນດີກວ່າສຳລັບຂ້ອຍຫລາຍກວ່າຕອນນີ້.”