lo_hos_text_ulb_l3/01/10.txt

1 line
1.1 KiB
Plaintext

\v 10 ເຖິງປານນັ້ນ ຈຳນວນປະຊາກອນຂອງຊົນຊາດອິດສະຣາເອນ ຈະມີຫລາຍເຫມືອນເມັດຊາຍຢູ່ແຄມທະເລ, ຊຶ່ງບໍ່ສາມາດຕວງ ຫລືນັບໄດ້. ມັນຈະເປັນຢ່າງທີ່ຊົງກ່າວແກ່ພວກເຂົາວ່າ, 'ພວກເຈົ້າບໍ່ແມ່ນໄພ່ພົນຂອງເຮົາ,' ກໍຈະກ່າວກັບພວກເຂົາວ່າ, 'ພວກເຈົ້າເປັນໄພ່ພົນຂອງພຣະເຈົ້າອົງຊົງພຣະຊົນຢູ່.' \v 11 ໄພ່ພົນຂອງຢູດາ ແລະ ໄພ່ພົນຂອງອິດສະຣາເອນຈະເຕົ້າໂຮມກັນ. ພວກເຂົາຈະແຕ່ງຕັ້ງເອົາຜູ້ນຳສຳລັບພວກເຂົາ, ແລະ ພວກເຂົາຈະຂຶ້ນມາຈາກແຜ່ນດິນ, ເພາະຈະເປັນວັນທີ່ຍິ່ງໃຫຍ່ຂອງຢິດເຣເອນ.