2019-10-24 06:36:04 +00:00
|
|
|
\v 5 ຄວາມອວດອ້າງຈອງຫອງຂອງອິສະຣາເອນເປັນພະຍານຕໍ່ສູ້ພວກເຂົາ; ເຫດນີ້ ອິສະຣາເອນ ແລະ ເອຟຣາຢິມຈະສະດຸດໃນຄວາມຜິດຂອງພວກເຂົາ; ແລະ ຊາວຢູດາກໍຈະສະດຸດເຫມືອນກັນ. \v 6 ພວກເຂົາຈະໄປກັບຝູງແບ້ ແກະ ແລະ ຝູງງົວຂອງເຂົາ ເພື່ອຈະສະແຫວງຫາພຣະຢາເວ, ແຕ່ພວກເຂົາຈະບໍ່ພົບພຣະອົງ, ແລະພຣະອົງຈະຊົງຫນີຈາກພວກເຂົາໄປ. \v 7 ພວກເຂົາບໍ່ໄດ້ສັດຊື່ຕໍ່ພຣະຢາເວ, ເພາະພວກເຂົາໄດ້ໃຫ້ກຳເນີດລູກນອກກົດຫມາຍ. ຕອນນີ້ ເທດສະການວັນພະຈັນເຕັມດວງຈະເຜົາໄຫມ້ພວກເຂົາ ພ້ອມທົ່ງນາທັງຫລາຍຂອງເຂົາ.
|