lo_heb_tn_l3/06/19.txt

38 lines
5.0 KiB
Plaintext

[
{
"title": "ສະໝໍທີ່ປອດພັຍແລະເຊື່ອໃຈໄດ້.",
"body": "ຄຳວ່າ\"ປອດພັຍ\"ແລະ\"ເຊື່ອຖືໄດ້\"ມີຄວາມໝາຍພື້ນຖານທີ່ເໝືອນກັນແລະເນັ້ນເຖິງຄວາມເຊື່ອໃຈໄດ້ຂອງສະໝໍ ແປໄດ້ອີກຢ່າງວ່າ\"ສະໝໍທີ່ເຊື່ອໃຈໄດ້ຢ່າງເຕັມທີ່\"(ເບິ່ງ:figs_doublet)"
},
{
"title": "ສະໝໍສຳລັບຈິດວິນຍານຂອງພວກເຮົາ.",
"body": "ເໝືອນກັບສະໝໍເຮືອທີ່ປ້ອງກັນບໍ່ໃຫ້ເຮືອລອຍອອກໄປເຄວ້ງຄວ້າງໃນທະເລ,ພຣະເຢຊູຊົງປົກປ້ອງພວກເຮົາໃຫ້ປອດພັຍຢູ່ໃນການຊົງສະຖິດຂອງພຣະອົງ(ເບິ່ງ:figs_metaphor)"
},
{
"title": "ຜູ້ບຸກເບີກສຳລັບພວກເຮົາ.",
"body": "\"ຜູ້ໜຶ່ງທີ່ໄດ້ໄປກ່ອນໜ້າພວກເຮົາ\""
},
{
"title": "ຄຳອະທິບາຍເພີ້ມເຕີມ.",
"body": "ເມື່ອຈົບການຕັກເຕືອນຄັ້ງທີສາມແລໜູນໃຈຜູ້ເຊື່ອທັງຫຼາຍ ຜູ້ຂຽນຂອງຊາວເຮັບເຣີຍັງຄົງປຽບທຽບພຣະເຢຊູເໝືອນກັບເປັນປະໂລຫິດຕໍ່ເມນຄີເຊເດັກ."
},
{
"title": "ເໝືອນສະໝໍທີ່ປອດພັຍແລະເຊື່ອໃຈໄດ້ສຳລັບຈິດວິນຍານຂອງພວກເຮົາ.",
"body": "\"ເໝືອນກັບສະໝໍເຮືອທີ່ປົກປ້ອງກັນບໍ່ໃຫ້ເຮືອລອຍອອກໄປເຄວ້ງຄວ້າງໃນທະເລ ພຣະເຢຊູຊົງປົກປ້ອງພວກເຮົາໃຫ້ປອດພັຍຢູ່ໃນການຊົງສະຖິດຂອງພຣະອົງ ແປອີກຢ່າງວ່າ\"ທີ່ເປັນຕົ້ນເຫດໃຫ້ພວກເຮົາມີຊີວິດຢ່າງປອດພັຍໃນການຊົງສະຖິດຂອງພຣະເຈົ້າ\"(ເບິ່ງfigs_metaphor)"
},
{
"title": "ເປັນຄວາມໝັ້ນໃຈເພື່ອຈະເຂົ້າໄປຍັງສະຖານດ້ານໃນຫຼັງຜ້າມ່ານນັ້ນ.",
"body": "ຄວາມໝັ້ນໃຈຖືກກ່າວວ່າເປັນເໝືອນກັບບຸກຄົນໜຶ່ງທີ່ສາມາດເຂົ້າໄປໃນສະຖານທີ່ອັນບໍຣິສຸດຂອງພຣະວິຫານໄດ້(ເບິ່ງfigs_personification)"
},
{
"title": "ສະຖານດ້ານໃນ.",
"body": "ນີ້ຄືສະຖານທີ່ອັນບໍຣິສຸດທີ່ສຸດໃນພຣະວິຫານ ເປັນສະຖານທີ່ໆມີພຣະເຈົ້າຊົງສຳແດງການສະຖິດຢູ່ຢ່າງແຮງກ້າຕໍ່ປະຊາກອນຂອງພຣະອົງ ໃນພຣະຄັມພີຕອນນີ້,ສະຖານທີ່ນີ້ໝາຍເຖິງສະຫວັນແລະທ້ອງພຣະໂຮງຂອງພຣະເຈົ້າ."
},
{
"title": "ຜູ້ບຸກເບີກສຳລັບພວກເຮົາ.",
"body": "ຄວາມຈິງທີ່ພຣະເຢຊູຕາຍແລະຟື້ນຂຶ້ນມາອີກຄັ້ງ ແລະທີ່ພຣະອົງຊົງປະທັບຢູ່ກັບພຣະເຈົ້າພຣະບິດາໃນເວລານີ້ຊີ້ໃຫ້ເຫັນວ່າພວກເຮົາທີ່ເຊື່ອໃນພຣະອົງ ຈະມີປະສົບການຢ່າງດຽວກັນນີ້ ພຣະເຢຊູຖືກກ່າວໃນທີ່ນີ້ວ່າເປັນເໝືອນໃຜບາງຄົນທີ່ແລ່ນໄປຂ້າງໜ້າພວກເຮົາແລະເຮົາກຳລັງແລ່ນຕາມເຂົາຢູ່.ແປອີກຢ່າງວ່າ\"ໃນຖານະຜູ້ໜຶ່ງທີ່ໄປຂ້າງໜ້າພວກເຮົາ\"(ເບິ່ງ:figs_metaphor)"
},
{
"title": "ຕາມແບບເມນຄີເຊເດັກ",
"body": "ໝາຍເຖິງພຣະຄຣິດຊົງເປັນປະໂລຫິດທີ່ມີສິ່ງຕ່າງໆເໝືອນກັນກັບເມນຄີເຊເດັກ,ແປອີກຢ່າງວ່າ\"ໃນການເປັນປະໂລຫິດແບບດຽວກັນກັບເມນຄີເຊເດັກ\""
}
]