lo_heb_tn_l3/02/05.txt

26 lines
3.1 KiB
Plaintext

[
{
"title": "ຂໍ້​ມູນ​ເຊື່ອມຕໍ່:",
"body": "ຜູ້ຂຽນເຕືອນຜູ້ເຊື່ອຊາວເຮັບເຣີເຫຼົ່ານີ້ວ່າຈັກວັນໜຶ່ງແຜ່ນດິນໂລກຈະຢູ່ພາຍໃຕ້ການປົກຄອງຂອງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າ."
},
{
"title": "ຂໍ້​ມູນ​ທົ່ວ​ໄປ:",
"body": "ປະໂຫຍກອ້າງອີງທີ່ນີ້ມາຈາກພຣະທັມເພງສັນຣະເສີນໃນພັນທະສັນຍາເດີມຕໍ່ເນື່ອງໄປເຖິງຕອນຖັດໄປ."
},
{
"title": "ເພາະພຣະເຈົ້າບໍ່ໄດ້ໃຫ້ໂລກທີ່ຈະມາເຖິງນັ້ນຢູ່ພາຍໃຕ້ການປົກຄອງ",
"body": "\"ເພາະພຣະເຈົ້າບໍ່ໄດ້ທຳໃຫ້ພວກທູດສະຫວັນປົກຄອງເໜືອ\""
},
{
"title": "ໂລກທີ່ຈະມາເຖິງ",
"body": "ຄຳວ່າ\"ໂລກ\"ຄຳນີ້ໝາຍເຖິງຜູ້ຄົນທີ່ອາໄສຢູ່ທີ່ນັ້ນແລະຄຳວ່າ\"ຈະມາເຖິງ\"ໝາຍຄວາມວ່ານີ້ຄືໂລກໃນຊ່ວງຍຸກໜ້າຫຼັງຈາກພຣະຄຣິດສະເດັດກັບມາ ແປອີກຢ່າງວ່າ\"ຜູ້ຄົນທີ່ຈະອາໄສຢູ່ໃນໂລກໃໝ່\"(ເບິ່ງfigs_metonymy)"
},
{
"title": "ມະນຸດເປັນໃຜໜໍທີ່ພຣະອົງຊົງລະນຶກເຖິງເຂົາ?",
"body": "ຄຳຖາມນີ້ຖືກໃຊ້ເພື່ອເນັ້ນວ່າມະນຸດທັງຫຼາຍບໍ່ໄດ້ສຳຄັນຫຼາຍພໍທີ່ຈະທຳໃຫ້ພຣະເຈົ້າຊົງໃສ່ພຣະທັຍພວກເຂົາ ແປອີກຢ່າງວ່າ\"ບໍ່ມີມະນຸດຄົນໃດທີ່ສົມຄວນພໍທີ່ຈະໃຫ້ພຣະອົງຊົງຄິດກ່ຽວກັບເຂົາ!\"(ເບິ່ງfigs_rquestion)"
},
{
"title": "ຫຼືບຸດມະນຸດເປັນໃຜທີ່ພຣະອົງຊົງຫ່ວງໃຍເຂົາ?",
"body": "ນີ້ມີຄວາມໝາຍເບື້ອງຕົ້ນຢ່າງດຽວກັບຄຳຖາມແລກ ຄຳຖາມທີ່ເປັນເຊີງໂວຫານນີ້ສະແດງຄວາມແປກປະຫຼາດໃຈທີ່ມະນຸດທັງຫຼາຍບໍ່ໄດ້ມີຄວາມສຳຄັນພໍທີ່ພຣະເຈົ້າຈະຊົງຫ່ວງໃຍພວກເຂົາ ແປອີກຢ່າງວ່າ\"ບໍ່ມີມະນຸດຄົນໃດທີ່ມີຄ່າຄວນພໍທີ່ພຣະອົງຈະຫ່ວງໃຍເຂົາ!\"(ເບິ່ງfigs_parallelismແລະ:figs_rquestion)"
}
]