lo_heb_tn_l3/05/12.txt

26 lines
3.3 KiB
Plaintext

[
{
"title": "ຫລັກການເບື້ອງຕົ້ນ",
"body": "ຄຳວ່າ \"ຫລັກການ\" ນີ້ຫມາຍເຖິງແນວທາງຫນຶ່ງ ຫລື ມາດຕະຖານສຳລັບການຕັດສິນໃຈ. ແປອີກຢ່າງວ່າ \"ຄວາມຈິງເບື້ອງຕົ້ນ\"."
},
{
"title": "ພວກທ່ານຕ້ອງການນ້ຳນົມ",
"body": "ຄຳສອນກ່ຽວກັບພຣະເຈົ້າທີ່ງ່າຍຕໍ່ການເຂົ້າໃຈຖືກກ່າວວ່າເປັນເຫມືອນກັບນ້ຳນົມ ຊຶ່ງເປັນອາຫານພຽງຢ່າງດຽວທີ່ເດັກເເຮກເກີດສາມາດດື່ມໄດ້. ແປອີກຢ່າງວ່າ \"ພວກທ່ານໄດ້ກາຍເປັນເຫມືອນເດັກເເຮກເກີດທີ່ສາມາດດື່ມໄດ້ແຕ່ນົມເທົ່ານັ້ນ\". (ເບິ່ງ: figs_metaphor)"
},
{
"title": "ບໍ່ແມ່ນອາຫານແຂງ",
"body": "ຄຳສອນກ່ຽວກັບພຣະເຈົ້າທີ່ຍາກຕໍ່ການເຂົ້າໃຈຖືກກ່າວວ່າເປັນເຫມືອນກັບອາຫານແຂງ ຊຶ່ງເຫມາະສົມສຳລັບຜູ້ໃຫຍ່. ແປອີກຢ່າງວ່າ \"ແທນທີ່ຈະເປັນອາຫານແຂງຜູ້ໃຫຍ່ສາມາດກິນໄດ້\". (ເບິ່ງ: figs_metaphor)"
},
{
"title": "ດື່ມນ້ຳນົມ",
"body": "ຄຳວ່າ \"ຮັບ\" ໝາຍເຖິງ \"ດື່ມ\" ແປອີກຢ່າງວ່າ \"ດື່ມນ້ຳນົມ\".(ເບິ່ງ: figs_metonymy)"
},
{
"title": "ເພາະວ່າເຂົາເປັນພຽງເດັກນ້ອຍ",
"body": "ຄຳນີ້ກຳລັງເວົ້າເຖິງຜູ້ເຊື່ອຄົນຫນຶ່ງທີ່ສາມາດເຂົ້າໃຈພຽງຄຳສອນງ່າຍໆໃນເລື່ອງຂ່າວປະເສີດວ່າເປັນເຫມືອນກັບເດັກເເຮກເກີດນ້ອຍໆຄົນຫນຶ່ງ. (ເບິ່ງ: figs_metaphor)"
},
{
"title": "ຄົນທີ່ຄວາມເປັນຜູ້ໃຫຍ່ທຳໃຫ້ພວກເຂົາມີຄວາມເຂົ້າໃຈທີ່ຝຶກຝົນພວກເຂົາໃຫ້ແຍກແຍະສິ່ງດີອອກຈາກສິ່ງຊົ່ວໄດ້",
"body": "ຜູ້ຄົນໄດ້ຮັບການຝຶກຝົນເພື່ອຈະມີຄວາມເຂົ້າໃຈເຖິງບາງສິ່ງບາງຢ່າງນັ້ນຖືກກ່າວເຖິງວ່າເປັນຄວາມສາມາດໃນຄວາມເຂົ້າໃຈທີ່ໄດ້ຮັບການຝຶກຝົນມາ. ແປອີກຢ່າງວ່າ \"ຄົນທີ່ເປັນຜູ້ໃຫຍ່ສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວໄດ້\". (ເບິ່ງ: figs_metonymy)"
}
]