lo_heb_tn_l3/06/16.txt

30 lines
3.8 KiB
Plaintext

[
{
"title": "ຜູ້ຮັບມໍຣະດົກຕາມພຣະສັນຍາ",
"body": "ຜູ້ຄົນທີ່ພຣະເຈົ້າໄດ້ຊົງກະທຳພັນທະສັນຍາຕໍ່ພວກເຂົາຖືກກ່າວວ່າເປັນເໝືອນກັບຜູ້ຮັບມໍຣະດົກຊັບສິນແລະຄວາມມັ່ງຄັ່ງຈາກຄົນໃນຄອບຄົວ,ແປອີກຢ່າງວ່າ\"ຕໍ່ຄົນເຫຼົ່ານັ້ນທີ່ຈະຮັບສິ່ງທີ່ພຣະອົງໄດ້ຊົງສັນຍາໄວ້\"(ເບິ່ງ:figs_metaphor)"
},
{
"title": "ພຣະປະສົງທີ່ບໍ່ປ່ຽນແປງຂອງພຣະອົງ.",
"body": "\"ທີ່ພຣະອົງຈະທຳຕາມສິ່ງທີ່ພຣະອົງຕັດສັ່ງວ່າພຣະອົງຈະທຳສະເໝີ."
},
{
"title": "ເພື່ອສິ່ງທີ່ບໍ່ສາມາດປ່ຽນແປງໄດ້ສອງຢ່າງ.",
"body": "ໝາຍຄວາມວ່າພຣະສັນຍາຂອງພຣະເຈົ້າແລະຄຳປະຕິຍານຂອງພຣະເຈົ້າທັງສອງສິ່ງບໍ່ເຄີຍປ່ຽນແປງ"
},
{
"title": "ພຣະເຈົ້າບໍ່ສາມາດມຸສາໄດ້.",
"body": "ປະໂຫຍກປະຕິເສດຊ້ອນປະຕິເສດນີ້ສາມາດມີຄວາມໝາຍວ່າພຣະເຈົ້າຈະບອກຄວາມຈິງກ່ຽວກັບສະຖານະການນີ້ ແປອີກຢ່າງວ່າ\"ພຣະເຈົ້າຊົງເວົ້າຄວາມຈິງສະເໝີ\"(ເບິ່ງ:figs_doublenegatives)"
},
{
"title": "ກັບພວກເຮົາທີ່ໜີເຂົ້າມາລີ້ພັຍ.",
"body": "ຜູ້ເຊື່ອທັງຫຼາຍຜູ້ທີ່ໄວ້ວາງໃຈໃນພຣະເຈົ້າວ່າພຣະອົງຈະປົກປ້ອງພວກເຂົາ ຖືກກ່າວເຖິງວ່າເປັນເໝືອນການແລ່ນເຂົ້າໄປໃນທີ່ໆປອດພັຍ ແປອີກຢ່າງວ່າ\"ກັບພວກເຮົາທີ່ໄດ້ໄວ້ວາງໃຈໃນພຣະອົງ\"(ເບິ່ງ:figs_metaphor)"
},
{
"title": "ຈະໄດ້ມີກຳລັງໃຈຢ່າງເຂັ້ມແຂງເພື່ອຢຶດໝັ້ນຢ່າງເຕັມທີ່ໃນຄວາມເຊື່ອໝັ້ນທີ່ໄດ້ວາງໄວ້ຕໍ່ໜ້າພວກເຮົານີ້.",
"body": "ໄວ້ວາງໃຈໃນພຣະເຈົ້າຖືກກ່າວເຖິງວ່າເປັນເໝືອນກັບວັດຖຸຢ່າງໜຶ່ງທີ່ສາມາດປາກົດຢູ່ຕໍ່ໜ້າບຸກຄົນໜຶ່ງແລະບຸກຄົນນັ້ນສາມາດຈັບຢຶດສິ່ງນັ້ນເອົາໄວ້ໄດ້ ແປອີກຢ່າງວ່າ\"ຈະຍັງຄົງໄວ້ວາງໃຈໃນພຣະເຈົ້າເໝືອນຢ່າງທີ່ພຣະອົງຊົງໜູນໃຈໃຫ້ພວກເຮົາທຳນັ້ນ\"(ເບິ່ງ:figs_metaphor)"
},
{
"title": "ທີ່ໄດ້ວາງໄວ້ຕໍ່ໜ້າພວກເຮົານີ້.",
"body": "ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ ແປໄດ້ອີກຢ່າງວ່າ\"ທີ່ພຣະເຈົ້າໄດ້ວາງໄວ້ຕໍ່ໜ້າພວກເຮົາ\"(ເບິ່ງ:figs_activepassive)"
}
]