lo_heb_tn_l3/10/19.txt

70 lines
9.7 KiB
Plaintext

[
{
"title": "ພີ່ນ້ອງທັງຫລາຍ.",
"body": "ໃນທີ່ນີ້ຫມາຍເຖິງຜູ້ເຊື່ອທັງຫມົດໃນພຣະຄຣິດທັງຊາຍ ແລະ ຍິງ. ແປອີກຢ່າງວ່າ \"ພີ່ນ້ອງຊາຍຍິງທັງຫລາຍ\" ຫລື \"ຜູ້ເຊື່ອທັງຫລາຍຮ່່ວມກັນ\". (ເບິ່ງ: figs_metaphorແລະ:figs_gendernotations)"
},
{
"title": "ສະຖານທີ່ສັກສິດທີ່ສຸດ",
"body": "ຫມາຍເຖິງການຊົງສະຖິດຂອງພຣະເຈົ້າ ບໍ່ແມ່ນອະພິວິສຸດທິສະຖານໃນຫໍເຕັນເດີມ. (ເບິ່ງ: figs_metaphor)"
},
{
"title": "ຜ່ານທາງຜາ້ກັ້ງ",
"body": "ຜ້າມ່ານໃນວິຫານເທິງໂລກນີ້ເປັນຕົວແທນເຖິງການແຍກຂາດກັນລະຫວ່າງປະຊາກອນ ແລະ ການຊົງສະຖິດອັນແທ້ຈິງຂອງພຣະເຈົ້າ. (ເບິ່ງ: figs_metaphor)"
},
{
"title": "ບ້ານຂອງພຣະເຈົ້າ.",
"body": "ໃນທີ່ນີ້ເວົ້າເຖິງປະຊາກອນຂອງພຣະເຈົ້າວ່າເປັນເຫມືອນກັບເຮືອນຫລັງຫນຶ່ງຕາມຕົວອັກສອນ. ແປອີກຢ່າງວ່າ \"ປະຊາກອນທັງຫມົດຂອງພຣະເຈົ້າ. (ເບິ່ງ: figs_metaphor)"
},
{
"title": "ຫົວໃຈຂອງເຮົາໄດ້ຮັບການຊຳຣະໃຫ້ສະອາດ.",
"body": "\"ຫົວໃຈ\" ໃນທີ່ນີ້ຫມາຍເຖິງຈິດສຳນຶກການຮັບຮູ້ເຖິງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ ການກະທຳໃຫ້ສະອາດຫມາຍເຖິງການໄດ້ຮັບການໃຫ້ອະໄພ ແລະ ການໄດ້ຮັບສະຖານະແຫ່ງຄວາມຊອບທໍາ ຫົວໃຈຖືກກ່າວວ່າເປັນສິ່ງທີ່ສາມາດຊຳລະໃຫ້ສະອາດໄດ້ໂດຍພຣະໂລຫິດ. (ເບິ່ງ: figs_metaphor ແລະ figs_explicit)"
},
{
"title": "ປະພົມ",
"body": "ປະໂລຫິດຈຸ່ມກິ່ງຫູສົບລົງໃນເລືອດແລະນ້ຳ ຈາກນັ້ນຈິ່ງຂະເຫຍົ່າກິ່ງຫູສົບເພື່ອປະພົມໃຫ້ເລືອດ ແລະ ນ້ຳຢົດລົງບົນຫນັງສືມ້ວນ ແລະ ຜູ້ຄົນ ການປະພົມເປັນການກະທຳທີ່ເປັນສັນຍາລັກໂດຍປະໂລຫິດທີ່ພວກເຂົາຈະໄດ້ຮັບຜົນປະໂຫຍດຈາກພັນທະສັນຍາທີ່ມີຕໍ່ປະຊາກອນ ແລະ ຕໍ່ວັດຖຸສິ່ງຂອງຕ່າງໆ. ຫນັງສືມ້ວນໃນທີ່ນີ້ ແລະ ການຍອມຮັບຂອງພຣະເຈົ້າ ຕໍ່ປະຊາກອນໄດ້ຮັບການເລີ່ມໃຫມ່. (ເບິ່ງ: translate_symaction)"
},
{
"title": "ຂໍ້​ມູນ​ເຊື່ອມຕໍ່",
"body": "ເປັນທີ່ຊັດເຈນວ່າມີພຽງເຄື່ອງບູຊາດຽວສຳລັບລົບບາບຜູ້ຂຽນຍັງຄົງອະທິບາຍພາບຂອງອະພິວິສຸດທິສະຖານໃນວິຫານຊຶ່ງມີພຽງມະຫາປະໂລຫິດເທົ່ານັ້ນທີ່ສາມາດເຂົ້າໄປໄດ້ໃນແຕ່ລະປີ ພ້ອມກັບໂລຫິດທີ່ເປັນເຄື່ອງບູຊາລົບບາບ ເຂົາເຕືອນຜູ້ເຊື່ອທັງຫລາຍໃຫ້ລະນຶກວ່າເວລານີ້ພວກເຂົານະມັດສະການພຣະເຈົ້າໃນການຊົງສະຖິດເຫມືອນກັບວ່າພວກເຂົາກຳລັງຢືນຢູ່ໃນອະພິວິສຸດທິສະຖານ."
},
{
"title": "ໂດຍທາງພຣະໂລຫິດຂອງພຣະເຢຊູ.",
"body": "ຄຳວ່າ \"ພຣະໂລຫິດຂອງພຣະເຢຊູ\" ໃນທີ່ນີ້ຫມາຍເຖິງການຕາຍຂອງພຣະເຢຊູ. (ເບິ່ງ: figs_metonymy)"
},
{
"title": "ທາງທີ່ມີຊີວິດ",
"body": "ມີຄວາມຫມາຍທີ່ເປັນໄປໄດ້ຄື 1) ທາງໃຫມ່ໄປເຖິງພຣະເຈົ້າທີ່ພຣະເຢຊູໄດ້ຈັດຕຽມໄວ້ຊຶ່ງໃຫ້ຜົນຄືຜູ້ເຊື່ອທັງຫລາຍມີຊີວິດຢູ່ຊົ່ວນິລັນດອນ ຫລື 2) ພຣະເຢຊູຊົງພຣະຊົນຢູ່ ແລະ ພຣະອົງຊົງເປັນທາງທີ່ຜູ້ເຊື່ອເຂົ້າໄປສູ່ການສະຖິດຂອງພຣະເຈົ້າ."
},
{
"title": "ຫມາຍເຖິງການເປັນເນື້ອຫນັງຂອງພຣະອົງ.",
"body": "ຄຳວ່າ \"ເນື້ອຫນັງ\" ໃນທີ່ນີ້ຫມາຍເຖິງພຣະກາຍຂອງພຣະເຢຊູ ແລະ ພຣະກາຍຂອງພຣະອົງ ຫມາຍເຖິງການຕາຍເປັນເຄື່ອງບູຊາຂອງພຣະອົງ. ແປອີກຢ່າງວ່າ \"ຫມາຍເຖິງການຕາຍຂອງພຣະອົງ\". (ເບິ່ງ: figs_metonymy)"
},
{
"title": "ພວກເຮົາມີປະໂລຫິດທີ່ຍິ່ງໃຫຍ່ເຫນືອບ້ານເຮືອນຂອງພຣະເຈົ້າ",
"body": "ປະໂຫຍກນີ້ຕ້ອງແປໃຫ້ຊັດເຈັນວ່າພຣະເຢຊູຊົງເປັນ \"ປະໂລຫິດທີ່ຍິ່ງໃຫຍ່\"."
},
{
"title": "ຂໍໃຫ້ເຮົາເຂົ້າເຝົ້າ.",
"body": "ຄຳວ່າ \"ເຂົ້າເຝົ້າ\" ໃນທີ່ນີ້ໃຊ້ສຳລັບນະມັດສະການພຣະເຈົ້າ\nເຫມືອນກັບປະໂລຫິດຂຶ້ນໄປຍັງແທ່ນບູຊາຂອງພຣະເຈົ້າເພື່ອຖວາຍສັດບູຊາແດ່ພຣະອົງ. (ເບິ່ງ: figs_metonymy)"
},
{
"title": "ຫົວໃຈຈິງ",
"body": "\"ຫົວໃຈທີ່ຊື່ສັດ\" ຫລື \"ຫົວໃຈທີ່ຊື່ຕົງ\" ຄຳວ່າ \"ຫົວໃຈ\" ໃນທີ່ນີ້ຫມາຍເຖິງຄວາມຕັ້ງໃຈ ແລະ ແຮງຈູງໃຈທີ່ແທ້ຈິງຂອງຜູ້ເຊື່ອທັງຫລາຍ. ແປອີກຢ່າງວ່າ \"ຢ່າງຈິງໃຈ\". (ເບິ່ງ: figs_metonymy)"
},
{
"title": "ດ້ວຍຄວາມຫມັ້ນໃຈຢ່າງເຕັມປ່ຽມໃນຄວາມເຊື່ອ.",
"body": "\"ດ້ວຍຄວາມຫມັ້ນໃຈໃນຄວາມເຊື່ອ\" ຫລື \"ການໄວ້ໃຈຢ່າງເຕັມທີ່ໃນພຣະເຢຊູ\""
},
{
"title": "ໃຫ້ຫົວໃຈຂອງເຮົາໄດ້ຮັບການປະພົມໃຫ້ສະອາດ.",
"body": "ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ \"ເຫມືອນກັບທີ່ພຣະອົງໄດ້ກະທຳໃຫ້ຫົວໃຈຂອງເຮົາສະອາດໂດຍພຣະໂລຫິດຂອງພຣະອົງ\". (ເບິ່ງ: figs_activepassive)"
},
{
"title": "ກາຍຂອງເຮົາໄດ້ຮັບການລ້າງຊຳລະດ້ວຍນ້ຳທີ່ບໍລິສຸດ.",
"body": "ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ \"ເຫມືອນທີ່ພຣະອົງໄດ້ຊົງຊຳລະກາຍຂອງເຮົາໃຫ້ສະອາດດ້ວຍນ້ຳທີ່ບໍລິສຸດ\". (ເບິ່ງ: figs_activepassive)"
},
{
"title": "ກາຍຂອງເຮົາໄດ້ຮັບການລ້າງຊຳລະດ້ວຍນ້ຳທີ່ບໍລິສຸດ.",
"body": "ຖ້າຫາກຜູ້ແປເຂົ້າໃຈຄຳເວົ້ານີ້ ວ່າເປັນການກ່າວເຖິງບັບຕິສະມາຂອງຄຣິສຕຽນແລ້ວ \"ນ້ຳ\" ກໍມີຄວາມຫມາຍຕາມຕົວອັກສອນບໍ່ແມ່ນພາບປຽບທຽບ ແຕ່ຄຳວ່າ \"ບໍລິສຸດ\" ເປັນພາບປຽບທຽບທີ່ຫມາຍເຖິງຄວາມບໍລິສຸດຝ່າຍວິນຍານທີ່ກະທຳໃຫ້ສຳເລັດໂດຍການບັບຕິສະມາທີ່ຖືກກ່າວເຖິງໃນທີ່ນີ້ ຄຳວ່າ \"ຊຳລະ\" ຫມາຍເຖິງຜູ້ເຊື່ອໄດ້ຮັບການຍອມຮັບຈາກພຣະເຈົ້າ. (ເບິ່ງ: figs_metonymy ແລະ figs_metaphor)"
}
]