lo_heb_tn_l3/06/16.txt

30 lines
4.0 KiB
Plaintext

[
{
"title": "ຜູ້ຮັບມໍຣະດົກຕາມພຣະສັນຍາ",
"body": "ຜູ້ຄົນທີ່ພຣະເຈົ້າໄດ້ຊົງກະທຳພັນທະສັນຍາຕໍ່ພວກເຂົາຖືກກ່າວວ່າເປັນເຫມືອນກັບຜູ້ຮັບມໍຣະດົກຊັບສິນ ແລະ ຄວາມມັ່ງຄັ່ງຈາກຄົນໃນຄອບຄົວ. ແປອີກຢ່າງວ່າ \"ຕໍ່ຄົນເຫລົ່ານັ້ນທີ່ຈະຮັບສິ່ງທີ່ພຣະອົງໄດ້ຊົງສັນຍາໄວ້\". (ເບິ່ງ: figs_metaphor)"
},
{
"title": "ເພື່ອສິ່ງທີ່ບໍ່ສາມາດປ່ຽນແປງໄດ້ສອງຢ່າງ.",
"body": "ຫມາຍຄວາມວ່າພຣະສັນຍາຂອງພຣະເຈົ້າ ແລະ ຄຳປະຕິຍານຂອງພຣະເຈົ້າທັງສອງສິ່ງບໍ່ເຄີຍປ່ຽນແປງ."
},
{
"title": "ພຣະເຈົ້າບໍ່ສາມາດຕົວະໄດ້.",
"body": "ປະໂຫຍກປະຕິເສດຊ້ອນປະຕິເສດນີ້ສາມາດມີຄວາມຫມາຍວ່າພຣະເຈົ້າຈະບອກຄວາມຈິງກ່ຽວກັບສະຖານະການນີ້. ແປອີກຢ່າງວ່າ \"ພຣະເຈົ້າຊົງເວົ້າຄວາມຈິງສະເຫມີ\". (ເບິ່ງ: figs_doublenegatives)"
},
{
"title": "ກັບພວກເຮົາທີ່ຫນີເຂົ້າມາລີ້ໄພ.",
"body": "ຜູ້ເຊື່ອທັງຫລາຍຜູ້ທີ່ໄວ້ວາງໃຈໃນພຣະເຈົ້າວ່າພຣະອົງຈະປົກປ້ອງພວກເຂົາ ຖືກກ່າວເຖິງວ່າເປັນເຫມືອນການແລ່ນເຂົ້າໄປໃນທີ່ໆປອດໄພ ແປອີກຢ່າງວ່າ \"ກັບພວກເຮົາທີ່ໄດ້ໄວ້ວາງໃຈໃນພຣະອົງ\". (ເບິ່ງ: figs_metaphor)"
},
{
"title": "ຈະໄດ້ມີກຳລັງໃຈຢ່າງເຂັ້ມແຂງເພື່ອຢຶດຫມັ້ນຢ່າງເຕັມທີ່ໃນຄວາມເຊື່ອຫມັ້ນທີ່ໄດ້ວາງໄວ້ຕໍ່ຫນ້າພວກເຮົານີ້.",
"body": "ໄວ້ວາງໃຈໃນພຣະເຈົ້າຖືກກ່າວເຖິງວ່າເປັນເຫມືອນກັບວັດຖຸຢ່າງຫນຶ່ງທີ່ສາມາດປາກົດຢູ່ຕໍ່ຫນ້າບຸກຄົນຫນຶ່ງ ແລະ ບຸກຄົນນັ້ນສາມາດຈັບຢຶດສິ່ງນັ້ນເອົາໄວ້ໄດ້. ແປອີກຢ່າງວ່າ \"ຈະຍັງຄົງໄວ້ວາງໃຈໃນພຣະເຈົ້າເຫມືອນຢ່າງທີ່ພຣະອົງຊົງຫນູນໃຈໃຫ້ພວກເຮົາທຳນັ້ນ\". (ເບິ່ງ: figs_metaphor)"
},
{
"title": "ທີ່ໄດ້ວາງໄວ້ຕໍ່ຫນ້າພວກເຮົານີ້.",
"body": "ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ .ແປໄດ້ອີກຢ່າງວ່າ \"ທີ່ພຣະເຈົ້າໄດ້ວາງໄວ້ຕໍ່ຫນ້າພວກເຮົາ\"(ເບິ່ງ: figs_activepassive)"
},
{
"title": "ຕາມພຣະປະສົງທີ່ບໍ່ປ່ຽນແປງຂອງພຣະອົງນັ້ນ",
"body": "\"ວ່າຈຸດປະສົງຂອງພຣະອົງຈະບໍ່ປ່ຽນແປງ\" ຫລື \"ທີ່ພຣະອົງຈະເຮັດສິ່ງທີ່ເວົ້າວ່າພຣະອົງຈະເຮັດຢູ່ສະເຫນີ\"."
}
]