lo_heb_tn_l3/04/08.txt

34 lines
5.3 KiB
Plaintext

[
{
"title": "ຄົນທີ່ເຂົ້າພັກສະຫງົບຂອງພຣະເຈົ້າ",
"body": "\"ຄົນເຫລົ່ານັ້ນທີ່ກຳລັງພັກສະຫງົບກັບພຣະເຈົ້າໃນສະຖານທີ່ພຣະອົງປະທັບຢູ່\""
},
{
"title": "ໃຫ້ພວກເຮົາອົົດສາພະຍາຍາມເພື່ອເຂົ້າສູ່ການພັກສະຫງົບນັ້ນ.",
"body": "ສັນຕິສຸກ ແລະ ຄວາມຫມັ້ນຄົງປອດໄພໂດຍພຣະເຈົ້ານັ້ນຖືກກ່າວວ່າເປັນສະຖານທີ່ຫນຶ່ງທີ່ເຂົ້າໄປໄດ້. ແປອີກຢ່າງວ່າ \"ເຮົາສົມຄວນທຳທຸກສິ່ງເພື່ອເຮົາສາມາດພັກສະຫງົບກັບພຣະເຈົ້າໄດ້ໃນສະຖານທີ່ທີ່ພຣະອົງປະທັບຢູ່\". (ເບິ່ງ: figs_metaphor)"
},
{
"title": "ຂໍ້​ມູນ​ເຊື່ອມຕໍ່",
"body": "ໃນຕອນນີ້ຜູ້ຂຽນເຕືອນຜູ້ເຊື່ອທັງຫລາຍທີ່ຈະບໍ່ເປັນຄົນບໍ່ເຊື່ອຟັງແຕ່ໃຫ້ເຂົ້າສູ່ການພັກສະຫງົບທີ່ພຣະເຈົ້າຊົງຈັດຕຽມໄວ້ ເຂົາເຕືອນຜູ້ເຊື່ອທັງຫລາຍວ່າຖ້ອຍຄຳຂອງພຣະເຈົ້າຈະທຳໃຫ້ພວກເຂົາສຳນຶກ ແລະ ພວກເຂົາຈຶ່ງສາມາດເຂົ້າມາອະທິຖານດ້ວຍຄວາມຫມັ້ນໃຈວ່າພຣະເຈົ້າຈະຊົງຊ່ວຍພວກເຂົາ."
},
{
"title": "ຖ້າຫາກໂຢຊູວຍໃຫ້ການພັກສະຫງົບແກ່ພວກເຂົາໄດ້",
"body": "ສັນຕິສຸກ ແລະ ຄວາມຫມັ້ນຄົງປອດໄພໂດຍພຣະເຈົ້ານັ້ນຖືກກ່າວວ່າເປັນການພັກສະຫງົບທີ່ໂຢຊູວາສາມາດໃຫ້ໄດ້. ແປອີກຢ່າງວ່າ \"ຖ້າຫາກໂຢຊູວຍໄດ້ນຳຊາວອິສະຣາເອນມາຍັງສະຖານທີ່ທີ່ພຣະເຈົ້າຈະປະທານໃຫ້ແກ່ພວກເຂົາເພື່ອການພັກສະຫງົບໄດ້\" ຫລື \"ຖ້າຊາວອິສະຣາເອນໃນຍຸກຂອງໂຢຊູວຍໄດ້ມີປະສົບການກັບພຣະພອນແຫ່ງການພັກສະຫງົບຂອງພຣະເຈົ້າ\". (ເບິ່ງ: figs_metaphor)"
},
{
"title": "ຍັງຄົງມີວັນສະບາໂຕແຫ່ງການພັກສະຫງົບທີ່ສະຫງວນເອົາໄວ້ສຳລັບປະຊາກອນຂອງພຣະເຈົ້າ",
"body": "ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳໄດ້. ແປໄດ້ອີກຢ່າງວ່າ \"ຍັງຄົງມີສະບາໂຕແຫ່ງການພັກສະຫງົບທີ່ພຣະເຈົ້າໄດ້ສະຫງວນເອົາໄວ້ສຳລັບປະຊາກອນຂອງພຣະອົງ\". (ເບິ່ງ: figs_activepassive)"
},
{
"title": "ສະບາໂຕແຫ່ງການພັກສະຫງົບ",
"body": "ສັນຕິສຸກ ແລະ ຄວາມຫມັ້ນຄົງປອດໄພນິລັນດອນຖືກກ່າວວ່າເປັນວັນສະບາໂຕ ຄືວັນແຫ່ງການນະມັດສະການ ແລະ ພັກຈາກການທຳງານຂອງຊາວຢິວ. ແປໄດ້ອີກຢ່າງວ່າ \"ການພັກສະຫງົບນິລັນດອນ\". (ເບິ່ງ: figs_metaphor)"
},
{
"title": "ວ່າພວກເຂົາໄດ້ເຮັດ",
"body": "ນີ້ “ພວກເຂົາ” ຫມາຍເຖິງບັນພະບຸລຸດຂອງຊາວເຮັບເຣີໃນສະໄຫມຂອງໂມເຊ."
},
{
"title": "ລົ້ມລົງໃນການບໍ່ເຊື່ອຟັງເຫມືອນກັບທີ່ພວກເຂົາໄດ້ກະທຳນັ້ນ",
"body": "ການບໍ່ເຊື່ອຟັງຖືກກ່າວເປັນຫລຸມຫນຶ່ງທີ່ບຸກຄົນສາມາດຕົກລົງໄປໄດ້ໂດຍບໍ່ຕັ້ງໃຈ. ເນື້ອຫາຕອນນີ້ສາມາດຂຽນໃຫມ່ໃນຮູບຂອງຄຳນາມທີ່ເປັນນາມມະທໍາ. ຄຳວ່າ \"ການບໍ່ເຊື່ອຟັງ\" ສະແດງເປັນຄຳກິລິຍາຄືຄຳວ່າ \"ບໍ່ເຊື່ອຟັງ\" ແປອີກຢ່າງວ່າ \"ຈະບໍ່ເຊື່ອຟັງໃນທຳນອງດຽວກັນກັບທີ່ພວກເຂົາທຳ\". (ເບິ່ງ: figs_metaphor ແລະ figs_abstractnouns)"
}
]