lo_heb_tn_l3/04/01.txt

30 lines
4.9 KiB
Plaintext

[
{
"title": "ບໍ່ມີໃຜໃນພວກທ່ານທີ່ຫລົ້ມເຫລວໃນການເຂົ້າເຖິງພຣະສັນຍາທີ່ມີໄວ້ສຳລັບພວກທ່ານໃນການເຂົ້າສູ່ການພັກສະຫງົບຂອງພຣະເຈົ້າ",
"body": "ແປອີກຢ່າງວ່າ \"ພຣະເຈົ້າຈະບໍ່ຕັດສັ່ງເຖິງໃຜຄົນໃດໃນພວກທ່ານທີ່ຈະບໍ່ໄດ້ພັກສະຫງົບໃນທີ່ທີ່ພຣະອົງຊົງຢູ່\" ຫລື \"ພຣະເຈົ້າຈະຕັດສັ່ງເຖິງພວກທ່ານທຸກຄົນວ່າພວກທ່ານຈະໄດ້ພັກສະຫງົບໃນທີ່ໆພຣະອົງຊົງຢູ່\". (ເບິ່ງ:figs_metaphor)"
},
{
"title": "ຂໍ້​ມູນ​ເຊື່ອມຕໍ່",
"body": "ບົດທີ 4 ຍັງຄົງຕັກເຕືອນຜູ້ເຊື່ອທັງຫລາຍໃຫ້ເລີ້ມຕົ້ນ 3:7 ໂດຍຜ່ານທາງຜູ້ຂຽນ ພຣະເຈົ້າໄດ້ປະທານການພັກສະຫງົບໃຫ້ແກ່ຜູ້ເຊື່ອທັງຫລາຍຊຶ່ງເປັນການພັກສະຫງົບຂອງພຣະເຈົ້າໃນການຊົງສ້າງຂອງໂລກນີ້."
},
{
"title": "ເຂົ້າສູ່ການພັກສະຫງົບຂອງພຣະເຈົ້າ",
"body": "ສັນຕິສຸກ ແລະ ຄວາມຫມັ້ນຄົງປອດໄພໂດຍພຣະເຈົ້ານັ້ນຖືກກ່າວວ່າເປັນການພັກສະຫງົບທີ່ພຣະເຈົ້າຊົງສາມາດປະທານໃຫ້ ແລະ ເປັນສະຖານທີ່ໆຜູ້ຄົນສາມາດໄປໄດ້. ແປອີກຢ່າງວ່າ \"ເພືອເຂົ້າໃນສະຖານທີ່ແຫ່ງການພັກສະຫງົບ\" ຫລື \"ເພື່ອມີປະສົບການກັບພຣະພອນແຫ່ງການພັກສະຫງົບຂອງພຣະເຈົ້າ\". (ເບິ່ງ:figs_metaphor)"
},
{
"title": "ເພາະພວກເຮົາໄດ້ຮັບການບອກເຖິງຂ່າວປະເສີດເຫມືອນກັບທີ່ພວກເຂົາໄດ້ຮັບ",
"body": "ປະໂຫຍກນີ້ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງໄດ້. ແປອີກຢ່າງວ່າ \"ເພາະພວກເຮົາໄດ້ຍິນຂ່າວປະເສີດເຫມືອນຢ່າງທີ່ພວກເຂົາໄດ້ຮັບ."
},
{
"title": "ເຫມືອນກັບທີ່ພວກເຂົາໄດ້ຮັບ",
"body": "ຄຳວ່າ \"ພວກເຂົາ\" ທີ່ນີ້ຫມາຍເຖິງບັນພະບຸຣຸດຂອງຊາວເຮັບເຣີຜູ້ທີ່ມີຊີວິດຢູ່ໃນຊ່ວງຍຸກຂອງໂມເຊ."
},
{
"title": "ແຕ່ຂໍ້ຄວາມນັ້ນບໍ່ໄດ້ເກີດປະໂຫຍດຕໍ່ຄົນເຫລົ່ານັ້ນທີ່ບໍ່ໄດ້ເຂົ້າສ່ວນໃນຄວາມເຊື່ອກັບຄົນເຫລົ່ານັ້ນທີ່ເຊື່ອຟັງ",
"body": "ແຕ່ຂໍ້ຄວາມນັ້ນບໍ່ໄດ້ເກີດປະໂຫຍດຕໍ່ຄົນເຫລົ່ານັ້ນທີ່ບໍ່ໄດ້ເຂົ້າສ່ວນກັບຄົນທີ່ເຊື່ອ ແລະ ເຊື່ອຟັງ \"ຜູ້ຂຽນກຳລັງເວົ້າກ່ຽວກັບຄົນສອງກຸ່ມຄືຄົນເຫລົ່ານັ້ນທີ່ໄດ້ຮັບພັນທະສັນຍາຂອງພຣະເຈົ້າດ້ວຍຄວາມເຊື່ອ ແລະ ຄົນເຫລົ່ານັ້ນທີ່ໄດ້ຍິນແຕ່ບໍ່ເຊື່ອ. ປະໂຫຍກນີ້ສາມາດຢູ່ໃນຮູບປະໂຫຍກປຽບທຽບຂອງສອງສິ່ງທີ່ເທົ່າກັນໄດ້. ແປອີກຢ່າງໄດ້ວ່າ \"ແຕ່ຂໍ້ຄວາມນັ້ນໄດ້ເກີດປະໂຫຍດຕໍ່ຄົນເຫລົ່ານັ້ນທີ່ເຊື່ອ ແລະ ເຊື່ອຟັງເທົ່ານັ້ນ\".(ເບິ່ງ: figs_doublenegatives)"
},
{
"title": "ເພາະວ່າ ",
"body": "\"ເນື່ອງຈາກວ່າພຣະເຈົ້າຈະລົງໂທດຜູ້ທີ່ບໍ່ເຊື່ອຟັງຢ່າງແນ່ນອນ\". (3:16)"
}
]