lo_heb_tn_l3/03/16.txt

30 lines
4.5 KiB
Plaintext

[
{
"title": "ຂໍ້​ມູນ​ທົ່ວ​ໄປ",
"body": "ຄຳວ່າ \"ພວກເຂົາ\" ຫມາຍເຖິງຊາວອິສະຣາເອນທີ່ບໍ່ເຊື່ອຟັງແລະ \"ເຮົາ\" ຫມາຍເຖິງຜູ້ຂຽນ ແລະ ຜູ້ອ່ານ. (ເບິ່ງ: figs_inclusive)"
},
{
"title": "ໃຜຄືຄົນທີ່ໄດ້ຍິນພຣະເຈົ້າ ແລະ ກະບົດ? ບໍ່ແມ່ນພວກຄົນເຫລົ່ານັ້ນທີ່ອອກມາຈາກອີຢິບໂດຍຜ່ານທາງໂມເຊຫລື?",
"body": "ຜູ້ຂຽນໃຫ້ຄຳຖາມຕ່າງໆເພື່ອສອນຜູ້ອ່ານຂອງເຂົາ ຄຳຖາມສອງປະການເຫລົ່ານີ້ສາມາດເຊື່ອມຕໍ່ກັນເປັນປະໂຫຍກດຽວໄດ້ຖ້າຫາກຈຳເປັນ. ແປອີກຢ່າງວ່າ \"ບັນດາຄົນເຫລົ່ານັ້ນທີ່ອອກມາຈາກອີຢິບພ້ອມກັບໂມເຊໄດ້ຍິນສຽງພຣະເຈົ້າແຕ່ກໍຍັງກະບົດ\". (ເບິ່ງ: figs_rquestion)"
},
{
"title": "ໃຜຄືຄົນທີ່ທຳໃຫ້ພຣະອົງໂກດເຄືອງຕະຫລອດສີ່ສິບປີ? ບໍ່ແມ່ນຄົນເຫລົ່ານັ້ນທີ່ທຳບາບ ພວກຄົນທີ່ລົ້ມຕາຍໃນຖິ່ນທຸລະກັນດານຫລື?",
"body": "ຜູ້ຂຽນໃຊ້ຄຳຖາມເຫລົ່ານີ້ເພື່ອສອນໃຫ້ຜູ້ອ່ານຂອງເຂົາ ຄຳຖາມສອງປະການນີ້ສາມາດເຊື່ອມຕໍ່ເປັນປະໂຫຍກດຽວກັນໄດ້ຖ້າຫາກຈຳເປັນ. ແປອີກຢ່າງວ່າ \"ພຣະເຈົ້າໂກດເຄືອງຄົນເຫລົ່ານັ້ນທີ່ທຳບາບຕະຫລອດສີ່ສິບປີ ແລະ ຊົງປ່ອຍໃຫ້ພວກເຂົາຕາຍໃນຖິ່ນທຸລະກັນດານ\". (ເບິ່ງ: figs_rquestion)"
},
{
"title": "ສີ່ສິບປີ",
"body": "\"40 ປີ\". (ເບິ່ງ: translate_numbers)"
},
{
"title": "ໃຜຄືຄົນທີ່ພຣະອົງປະຕິຍານວ່າ ພວກເຂົາຈະບໍ່ໄດ້ເຂົ້າສູ່ການຢຸດພັກຂອງພຣະອົງ ກໍຄືຄົນເຫຼົ່ານັ້ນທີ່ບໍ່ເຊື່ອຟັງພຣະອົງແມ່ນບໍ?",
"body": "ຜູ້ຂຽນໃຊ້ຄຳຖາມເຫລົ່ານີ້ເພື່ອສອນຜູ້ອ່ານຂອງເຂົາ. ແປອີກຢ່າງວ່າ\"ແລະຕໍ່ຄົນເຫລົ່ານັ້ນທີ່ບໍ່ເຊື່ອຟັງທີ່ພຣະອົງປະຕິຍານວ່າພຣະອົງຈະບໍ່ຍອມໃຫ້ພວກເຂົາເຂົ້າສູ່ການຢຸດພັກຂອງພຣະອົງ\". (ເບິ່ງ: figs_rquestion)"
},
{
"title": "ພວກເຂົາຈະບໍ່ໄດ້ເຂົ້າສູ່ການຢຸດພັກຜ່ອນຂອງພຣະອົງ",
"body": "ສັນຕິສຸກ ແລະ ຄວາມຫມັ້ນຄົງປອດໄພໄດ້ຮັບການຈັດຕຽມໂດຍພຣະເຈົ້າຖືກກ່າວວ່າເປັນດັ່ງການຢຸດພັກທີ່ພຣະເຈົ້າປະທານໃຫ້ ແລະ ເປັນດັ່ງສະຖານທີ່ຫນຶ່ງທີ່ຜູ້ຄົນສາມາດໄປໄດ້ . ແປອີກຢ່າງວ່າ \"ພວກເຂົາຈະບໍ່ມີປະສົບການໃນການຮັບພຣະພອນແຫ່ງການຢຸດພັກຂອງພຣະອົງ\". (ເບິ່ງ: figs_metaphor)"
},
{
"title": "ເພາະການບໍ່ເຊື່ອ",
"body": "ຄຳວ່າ \"ການບໍ່ເຊື່ອ\" ຄຳນີ້ສາມາດໃຊ້ຄຳກິລິຍາວ່າ \"ໄວ້ວາງໃຈ\" ໄດ້ແປອີກຢ່າງວ່າ \"ເພາະພວກເຂົາບໍ່ໄວ້ວາງໃຈໃນພຣະອົງ\"\n(ເບິ່ງ: figs_abstractnouns)"
}
]