lo_heb_tn_l3/03/01.txt

38 lines
4.3 KiB
Plaintext

[
{
"title": "ຂໍ້​ມູນ​ເຊື່ອມຕໍ່",
"body": "ຄຳເຕືອນຄັ້ງທີສອງນີ້ຍາວກ່ວາ ແລະ ມີລາຍລະອຽດຫລາຍ ກ່ວາ ຊຶ່ງລວມທັງບົດທີ 3 ແລະ ບົດທີ 4 ຜູ້ຂຽນເລີ່ມສະແດງໃຫ້ເຫັນວ່າພຣະຄຣິດຊົງປະເສີດກ່ວາຜູ້ຮັບໃຊ້ຂອງພຣະອົງຄືໂມເຊ."
},
{
"title": "ພີ່ນ້ອງຜູ້ບໍຣິສຸດ",
"body": "ຄຳວ່າ \"ພີ່ນ້ອງ\" ໃນທີ່ນີ້ຫມາຍເຖິງພີ່ນ້ອງຄຣິສະຕຽນຊຶ່ງລວມທັງຊາຍ ແລະ ຍິງ. ແປອີກຢ່າງວ່າ \"ພີ່ນ້ອງຊາຍຍິງຜູ້ບໍຣິສຸດ\" ຫລື \"ພີ່ນ້ອງຜູ້ເຊື່ອຜູ້ບໍຣິສຸດຂອງຂ້າພະເຈົ້າ\". (ເບິ່ງ: figs_metaphor ແລະ figs_gendernotations)"
},
{
"title": "ທີ່ເຮົາຍອມຮັບນັ້ນ",
"body": "ຄຳເວົ້ານີ້ສາມາດໃຊ້ຖ້ອຍຄຳໃຫມ່ເພື່ອຄຳນາມທີ່ເປັນນາມທັມຄືຄຳວ່າ \"ການຍອມຮັບ\" ຈະຖືກໃສ່ໃນຮູບຄຳກິລິຍາວ່າ \"ຍອມຮັບ\" ໄດ້D ແປອີກຢ່າງວ່າ \"ຜູ້ທີ່ເຮົາຍອມຮັບ\" ຫລື \"ໃນຜູ້ທີ່ເຮົາເຊື່ອ\". (ເບິ່ງ: figs_abstractnouns)"
},
{
"title": "ພວກທ່ານຜູ້ເຂົ້າສ່ວນໃນການຊົງເອີ້ນຈາກສະຫວັນ",
"body": "ຄຳວ່າ\"ຈາກສະຫວັນ\" ນີ້ແທນເຖິງພຣະເຈົ້າ. ແປອີກຢ່າງວ່າ \"ພຣະເຈົ້າໄດ້ຊົງເອີ້ນເຮົາໃຫ້ເຂົ້າມາເໝືອນກັນ\". (ເບິ່ງ: figs_metonymy)"
},
{
"title": "ອັກຄະຣະທູດ",
"body": "ຄຳນີ້ຫມາຍເຖິງໃຜບາງຄົນທີ່ຖືກສົ່ງອອກໄປ ໃນຕອນນີ້ບໍ່ໄດ້ກ່າວເຖິງອັກຄະຣະທູດຄົນໃດໃນສິບສອງຄົນ. ແປອີກຢ່າງວ່າ \"ຜູ້ທີ່ສົ່ງອອກໄປ\"."
},
{
"title": "ໃນບ້ານຂອງພະເຈົ້າ",
"body": "ຊາວເຮັບເຣີຜູ້ທີ່ພຣະເຈົ້າຊົງສຳແດງພຣະອົງເອງນັ້ນຖືກກ່າວວ່າພວກເຂົາເປັນເຫມືອນບ້ານຕາມຕົວອັກສອນ. ແປອີກຢ່າງວ່າ \"ຕໍ່ປະຊາກອນຂອງພຣະເຈົ້າທັງຫມົດ\". (ເບິ່ງ: figs_metaphor)"
},
{
"title": "ພຣະເຢຊູໄດ້ຮັບການພິຈາລະນາວ່າ",
"body": "ປະໂຫຍກນີ້ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງໄດ້. ແປອີກຢ່າງວ່າ \"ພຣະເຈົ້າໄດຊົງພິຈາລະນາພຣະເຢຊູ\". (ເບິ່ງ: figs_activepassive)"
},
{
"title": "ຜູ້ສ້າງທຸກສິ່ງ",
"body": "ການທຳງານໃນການຊົງສ້າງໂລກຂອງພຣະເຈົ້າຖືກກ່າວວ່າເປັນການທີ່ພຣະອົງຊົງສ້າງບ້ານຫລັງຫນຶ່ງ. (ເບິ່ງ: figs_metaphor)"
},
{
"title": "ບ້ານທຸກຫລັງຈະຕ້ອງມີຄົນຜູ້ສ້າງບ້ານ",
"body": "ປະໂຫຍກນີ້ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງໄດ້. ແປອີກຢ່າງວ່າ \"ບ້ານທຸກຫລັງມີໃຜບາງຄົນທີ່ສ້າງມັນຂຶ້ນມາ\". (ເບິ່ງ: figs_activepassive)"
}
]