lo_heb_tn_l3/02/13.txt

38 lines
3.9 KiB
Plaintext

[
{
"title": "ຂໍ້​ມູນ​ທົ່ວ​ໄປ",
"body": "ຜູ້ເຜີຍພຣະວັດຈະນະເອຊາຢາຂຽນຂໍ້ພຣະຄັມພີອ້າງອີງເຫລົ່ານີ້"
},
{
"title": "ແລະກ່າວອີກວ່າ",
"body": "ແປອີກຢ່າງວ່າ \"ແລະຜູ້ເຜີຍພຣະວະຈະນະຄົນຫນຶ່ງໄດ້ຂຽນໃນພຣະທັມຕອນອື່ນເຖິງສິ່ງທີ່ພຣະຄຣິດໄດ້ຊົງຕັດກ່ຽວກັບພຣະເຈົ້າ\"."
},
{
"title": "ບັນດາບຸດພຣະເຈົ້າ",
"body": "ຄຳນີ້ຫມາຍເຖິງຜູ້ຄົນທີ່ເປັນເຫມືອນບຸດຝ່າຍວິນຍານ ຕົວຢ່າງເຊັ່ນ \"ບຸດທັງຫຼາຍຂອງພຣະເຈົ້າ\" ຫມາຍເຖິງຄົນທີ່ເປັນຂອງພຣະເຈົ້າໂດຍທາງຄວາມເຊື່ອໃນພຣະເຢຊູ."
},
{
"title": "ເຂົ້າສ່ວນໃນເນື້ອຫນັງ ແລະ ເລືອດ",
"body": "ແປອີກຢ່າງວ່າ \"ຢູ່ໃນສະພາບຂອງມະນຸດທຸກຢ່າງ\".(ເບິ່ງ: figs_metonymy)"
},
{
"title": "ບັນດາບຸດທັງຫລາຍ..ບັນດາບຸດຂອງພຣະເຈົ້າ",
"body": "ນີ້ເປັນການກ່າວເຖິງຄົນເຫລົ່ານັ້ນ ທີ່ເຊື່ອໃນພຣະຄຣິດວ່າພວກເຂົາເປັນບຸດ. ແປໄດ້ອີກຢ່າງວ່າ \"ຄົນເຫລົ່ານັ້ນທີ່ເປັນເຫມືອນບຸດທັງຫລາຍຂອງເຮົາ..ຄົນເຫລົ່ານັ້ນທີ່ເປັນເຫມືອນບຸດຂອງພຣະເຈົ້າ\". (ເບິ່ງ: figs_metaphor)"
},
{
"title": "ໂດຍທາງຄວາມຕາຍ",
"body": "ຄຳວ່າ \"ຄວາມຕາຍ\" ສາມາດໃຊ້ເປັນຄຳກິລິຍາໄດ້. ແປອີກຢ່າງວ່າ \"ໂດຍການຕາຍ\". (ເບິ່ງ: figs_abstractnouns)"
},
{
"title": "ມີອຳນາດແຫ່ງຄວາມຕາຍ",
"body": "ຄຳວ່າ \"ຄວາມຕາຍ\" ນີ້ສາມາດໃຊ້ເປັນຄຳກິລິຍາໄດ້. ແປອີກຢ່າງວ່າ \"ມີອຳນາດທີ່ທຳໃຫ້ຜູ້ຄົນຕ້ອງຕາຍ\".(ເບິ່ງ: figs_abstractnouns)"
},
{
"title": "ໂດຍທາງນີ້ພຣະອົງຈະປົດປ່ອຍບັນດາຄົນເຫລົ່ານັ້ນທີ່ມີຊີວິດຕົກເປັນທາດເນື່ອງຈາກຄວາມກົວຕາຍຂອງພວກເຂົາໃຫ້ເປັນອິດສະຫລະ.",
"body": "ຄວາມຢ້ານຕາຍຖືກກ່າວວ່າເປັນເຫມືອນການຕົກເປັນທາດການນຳຄວາມຢ້ານກົວອອກໄປຈາກໃຜບາງຄົນນັ້ນຖືກກ່າວວ່າ ເປັນການປົດປ່ອຍບຸກຄົນນັ້ນໃຫ້ມີເສລີພາບຈາກການເປັນທາດ. ແປອີກຢ່າງວ່າ \"ໂດຍທາງນີ້ພຣະອົງອາດຊົງປົດປ່ອຍຜູ້ຄົນໃຫ້ມີເສລີພາບ ເພາະພວກເຮົາມີຊີວິດທີ່ເປັນເຫມືອນທາດເນື່ອງຈາກເຮົາຢ້ານຕາຍ\".(ເບິ່ງ: figs_metaphor)"
},
{
"title": "ກັບພວກເຂົາດ້ວຍ",
"body": "\"ພະເຢຊູກາຍເປັນມະນຸດຄືກັບພວກເຂົາ\"."
}
]