[ { "title": "ຣັດສະໝີຮຸ່ງແຈ້ງ.", "body": "ຄວາມສະຫວ່າງ" }, { "title": "ສທ້ອນເຖິງພຣະລັກສະນະທີແທ້ຈິງຂອງພຣະອົງ.", "body": "\"ພຣະສາຍຂອງຜູ້ທີ່ພຣະເຈົ້າຊົງເປັນ\"ມີຄວາມໝາຍເໝືນກັນກັບ\"ຣັດສະໝີອັນຮຸ່ງເຮືອງແຫ່ງພຣະສີຣິຂອງພຣະອົງ\"ພຣະບຸດຊົງສຳແດງພຣະລັກສະນະແລະເອກະລັກທີ່ແທ້ຈິງຂອງພຣະເຈົ້າແລະຊົງເປັນຕົວແທນຂອງທຸກສິ່ງທີ່ພຣະເຈົ້າຊົງເປັນແລະຍັງສາມາດກ່າວໄດ້ອີກໃນປະໂຫຍກໃໝ່ວ່າ\"ພຣະບຸດຊົງເປັນເໝືອນພຣະເຈົ້າ\"ຫຼື\"ສິ່ງໃດທີ່ເປັນຈິງກ່ຽວກັບພຣະເຈົ້າກໍເປັນຈິງກ່ຽວກັບພຣະບຸດ\"" }, { "title": "ຖ້ອຍຄຳແຫ່ງຣິດອຳນາດຂອງພຣະອົງ.", "body": "\"ຖ້ອຍຄຳອັນເຕັມໄປດ້ວຍຣິດອຳນາດຂອງພຣະອົງ\"ກ່າວເຖິງຂ່າວສານຫຼືຄຳສັ່ງ ແປໄດ້ອີກຢ່າງວ່າ:\"ຄຳສັ່ງເຕັມໄປດ້ວຍຣິດອຳນາດຂອງພຣະອົງ\"(ເບິ່ງ:[[:en:ta:vol2:translate:figs_metonymy]])" }, { "title": "ພຣະອົງໄດ້ຊຳລະລ້າງຄວາມບາບແລ້ວ.", "body": "\"ພຣະອົງໄດ້ທຳສຳເລັດແລ້ວໃນການຊຳລະເຮົາຈາກຄວາມບາບ\"" }, { "title": "ພຣະອົງໄດ້ຕັດກັບພວກເຮົາຜ່ານທາງພຣະບຸດ..ພຣະເຈົ້າໄດ້ຊົງສ້າງຈັກກະວານຂຶ້ນມາ.", "body": "ພຣະບຸດຂອງພຣະເຈົ້າຄືພຣະເຈົ້າ ພຣະເຈົ້າພຣະບຸດ ພຣະບຸດຊົງສ້າງຈັກະວານ." }, { "title": "ພຣະບຸດ", "body": "ນີ້ຄືຕຳແໜ່ງທີ່ສຳຄັນສຳລັບພຣະເຢຊູ ພຣະບຸດຂອງພຣະເຈົ້າ(ເບິ່ງ:[[:en:ta:vol2:translate:guidelines_sonofgodprinciples]]" }, { "title": "ພຣະອົງເປັນຄວາມສະຫວ່າງອັນຮຸ່ງເຮືອງແຫ່ງພຣະສີຣິຂອງພຣະເຈົ້າ ເປັນຜູ້ສະທ້ອນເຖິງພຣະລັກສະນະທີ່ແທ້ຈິງຂອງພຣະອົງ ພຣະອົງຢຶດທຸກສິ່ງເຂົ້າໄວ້ດ້ວຍກັນ.", "body": "ພຣະບຸດເປັ່ງຣັດສະໝີແຫ່ງພຣະສີຣິຂອງພຣະເຈົ້າ ຊົງມີພຣະລັກສະນະຂອງພຣະເຈົ້າ ແລະຊົງຍຶດຈັກກະວານທີ່ພຣະອົງຊົງສ້າງເຂົ້າໄວ້ດ້ວຍກັນ ເພາະພຣະອົງຊົງເປັນພຣະເຈົ້າ." }, { "title": "[[:en:bible:questions:comprehension:heb:01]]", "body": "[[:en:bible:questions:comprehension:heb:01]]" }, { "title": "ຄຳກ່າວເຊື່ອມຕໍ່.", "body": "ຄຳນຳນີ້ວາງພື້ນຖານສຳລັບທັງພຣະທັມຄືຄວາມຍິ່ງໃຫຍ່ອັນເປັນເລີດຂອງພຣະບຸດ-ພຣະບຸດຊົງຍິ່ງໃຫຍ່ກ່ວາທຸກສິ່ງ ພຣະທັມນຣເລີ້ມດ້ວການເນັ້ນວ່າ ພຣະບຸດຊົງລ້ຳເລີດກ່ວາບັນດາຜູ້ເຜີຍພຣະວະຈະນະແລະເຫຼົ່າທູດສະຫວັນ." }, { "title": "ຂໍ້ມູນທົ່ວໄປ.", "body": "ເຖິງແມ່ນວ່າຈະບໍ່ໄດ້ກ່າວເອົາໄວ້ໃນຊ່ວງເລີ້ມຕົ້ນແຕ່ຈົດໝາຍສະບັບນີ້ຂຽນເຖິງຊາວເຮັບເຣີ(ພວກຢິວ)ຄືພວກຄົນທີ່ເຂົ້າໃຈຄຳກ່າວໃນພຣະຄັມພີພັນທະສັນຍາເດີມຢ່າງຫຼວງຫຼາຍ." }, { "title": "ແຕ່ໃນວາລະສຸດທ້າຍ.", "body": "\"ໃນຊ່ວງວາລະສຸດທ້າຍ\"ຄຳເວົ້ານີ້ກ່າວເຖິງຊ່ວງເວລາທີ່ພຣະເຢຊູຊົງເລີ້ມຕົ້ນງານຮັບໃຊ້ຂອງພຣະອົງ ກຳລັງຂະຫຍາຍໄປຈົນກະທັ້ງພຣະເຈົ້າຊົງສະຖາປະນາການປົກຄອງຢ່າງສົມບູນໃນສິ່ງຊົງສ້າງຂອງພຣະອົງ" }, { "title": "ຜ່ານທາງພຣະບຸດ.", "body": "\"ພຣະບຸດ\"ຄືຕຳແໜ່ງທີ່ສຳຄັນຂອງພຣະເຢຊູ ພຣະບຸດຂອງພຣະເຈົ້າ(ເບິ່ງ:[[:en:ta:vol2:translate:guidelines_sonofgodprinciples]])" }, { "title": "ໃຫ້ເປັນທາຍາດເພື່ອຄອບຄອງສັບພະສິ່ງທັງຫຼາຍ.", "body": "ຜູ້ຂຽນກ່າວເຖິງພຣະບຸດວ່າທຸກຄົນເປັນທາຍາດໃນການຮັບຄວາມມັ່ງຄັ່ງແລະຄວາມຮຸ່ງເຮືອງຈາກພຣະບິດາຂອງພຣະອົງ ແປອີກຢ່າງໄດ້ວ່າ:\"ເພື່ອເປັນເຈົ້າຂອງສັບພະສິ່ງທັງຫຼາຍ\"(ເບິ່ງ:[[:en:ta:vol1:translate:figs_metaphor]])" }, { "title": "ໂດຍຜ່ານທາງພຣະອົງ ພຣະເຈົ້າໄດ້ຊົງສ້າງຈັກກະວານຂຶ້ນມາ.", "body": "\"ໂດຍຜ່ານທາງພຣະບຸດທີ່ພຣະເຈົ້າໄດ້ຊົງສ້າງສັບພະສິ່ງດ້ວຍເຊັ່ນກັນ\"" }, { "title": "ພຣະອົງເປັນຄວາມສະຫວ່າງອັນຮຸ່ງເຮືອງແຫ່ງພຣະສະຫງ່າຣາສີຂອງພຣະເຈົ້າ", "body": "\"ຄວາມສະຫວ່າງແຫ່ງພຣະສີຣິຂອງພຣະອົງ\"ພຣະສີຣິຂອງພຣະເຈົ້ານັ້ນສຳພັນກັນກັບຄວາມສະຫວ່າງຮຸ່ງເຮືອງຢ່າງມາກ ຜູ້ຂຽນກຳລັງກ່າວວ່າພຣະບຸດເປັນຄວາມສະຫວ່າງເຈີດຈ້າຢ່າງມາກ ຜູ້ຂຽນກຳລັງກ່າວວ່າ ພຣະບຸດປາກົດເປັນຄວາມສະຫວ່າງ,ນັ້ນແຫຼະເປັນຕົວແທນທີ່ສົມບູນເຖິງພຣະສະຫງ່າຣາສີຂອງພຣະເຈົ້າ." }, { "title": "ຫຼັງຈາກທີ່ພຣະອົງໄດ້ຊຳລະລ້າງຄວາມບາບແລ້ວ.", "body": "ຄຳນາມທີ່ເປັນນາມະທັມຄຳວ່າ\"ຊຳລະລ້າງ\"ສາມາດສະແດງອອກໃນຮູບຂອງຄຳກິລິຍາວ່າ\"ທຳໃຫ້ສະອາດ\"ແປໄດ້ອີກຢ່າງວ່າ\"ຫຼັງຈາກທີ່ພຣະອົງໄດ້ທຳໃຫ້ພວກເຮົາສະອາດຈາກຄວາມບາບຕ່າງໆແລ້ວ\"ຫຼື\"ຫຼັງຈາກພຣະອົງໄດ້ທຳໃຫ້ພວກເຮົາບໍຣິສຸດຈາກຄວາມບາບຕ່າງໆແລ້ວ\"(ເບິ່ງ:[[:en:ta:vol1:translate:figs_metaphor]])" }, { "title": "ພຣະອົງໄດ້ຊຳລະລ້າງຄວາມບາບແລ້ວ", "body": "ຜູ້ຂຽນກ່າວເຖິງການໃຫ້ອະພັຍຄວາມບາບຕ່າງໆວ່າເປັນດັ່ງການ ທຳໃຫ້ບຸກຄົນໜຶ່ງສະອາດບໍຣິສຸດ ແປໄດ້ອີກຢ່າງວ່າ\"ພຣະອົງໄດ້ເປັນໄປໄດ້ສຳລັບພຣະເຈົ້າໃນການໃຫ້ອະພັຍຄວາມບາບຕ່າງໆຂອງເຮົາ\"(ເບິ່ງ:[[:en:ta:vol1:translate:figs_metaphor]])" }, { "title": "ພຣະອົງປະທັບນັ່ງທີ່ເບື້ອງຂວາພຣະຫັດຂອງພຣະເຈົ້າຜູ້ຊົງປ່ຽມດ້ວຍບາຣະມີໃນທີ່ສູງສຸດ.", "body": "ຄຳວ່າ\"ເບື້ອງຂວາພຣະຫັດ\"ທີ່ນີ້ກ່າວເຖິງສະຖານທີ່ອັນມີກຽດຕິຍົດ,ແປໄດ້ອີກຢ່າງວ່າ\"ພຣະອົງປະທັບນັ່ງໃນສະຖານທີ່ອັນມີກຽດຕິຍົດຖັດຈາກຜູ້ຊົງປ່ຽມດ້ວຍບາຣະມີໃນທີ່ສູງສຸດ." }, { "title": "ຜູ້ຊົງປ່ຽມດ້ວບາຣະມີໃນທີ່ສູງສຸດ.", "body": "ຄຳວ່າ\"ບາຣະມີ\"ໃນທີ່ນີ້ກ່າວເຖິງພຣະເຈົ້າ,ແປໄດ້ອີກຢ່າງວ່າ\"ພຣະເຈົ້າຜູ້ສູງສຸດ\"(ເບິ່ງ:[[:en:ta:vol2:translate:figs_metonymy]])" } ]