[ { "title": "ສິ່ງດີທັງຫຼາຍ.", "body": "ບໍ່ໄດ້ໝາຍເຖິງສິ່ງຕ່າງໆທີ່ເປັນວັດຖຸ ແຕ່ໝາຍເຖິງສິ່ງທີ່ດີຕ່າງໆທີ່ພຣະເຈົ້າໄດ້ສັນຍາເອົາໄວ້ໃນພັນທະສັນຍາໃໝ່." }, { "title": "ອະພິວິສຸດສະຖານ.", "body": "ການຊົງສະຖິດຂອງພຣະເຈົ້າໃນສະຫວັນຖືກກ່າວວ່າເປັນເໝືອນສະຖານທີ່ໆບໍຣິສຸດທີ່ສຸດ ຫ້ອງຊັ້ນໃນສຸດຂອງຫໍເຕັນ(ເບິ່ງfigs_metaphor)" }, { "title": "ຄຳອະທິບາຍເພີ້ມເຕີມ", "body": "ເປັນການອະທິບາຍເຖິງການບົວລະບັດໃນຫໍເຕັນພາຍໃຕ້ກົດບັນຍັດຂອງພຣະເຈົ້າ,ຜູ້ຂຽນທຳໃຫ້ເຂົ້າໃຈຊັດເຈນວ່າ ການບົວລະບັດຂອງພຣະຄຣິດພາຍໃຕ້ພັນທະສັນຍາໃໝ່ນັ້ນດີກ່ວາ ເພາະໄດ້ຮັບການປະທັບຕຣາໂດຍພຣະໂລຫິດຂອງພຣະອົງດີກ່ວາເພາະພຣະຄຣິດໄດ້ເຂົ້າໄປໃນ\"ຫໍເຕັນ\"ທີ່ແທ້ຈິງ ທີ່ເປັນການຊົງສະຖິດຂອງພຣະເຈົ້າພຣະອົງເອງໃນສະຫວັນແທນທີ່ຈະເປັນເໝືອນມະຫາປະໂລຫິດອື່ນໆ ຄືເຂົ້າໄປໃນຫໍເຕັນບົນໂລກນີ້ຊຶ່ງເປັນພາບຈຳລອງທີ່ບໍ່ໄດ້ສົມບູນແບບ." }, { "title": "ຫໍເຕັນທີ່ສົມບູນແບບຫຼາຍກ່ວາແລະຍິ່ງໃຫຍ່ກ່ວາ.", "body": "ໝາຍຄວາມວ່າເຕັນຫຼືພັບພາໃນສະຫວັນມີຄວາມສຳຄັນແລະສົມບູນແບບຫຼາຍກ່ວາຫໍເຕັນເທິງໂລກນີ້." }, { "title": "ຊຶ່ງບໍ່ໄດ້ຖືກສ້າງດ້ວຍມືຂອງມະນຸດ.", "body": "ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ ແປອີກຢ່າງວ່າ\"ທີ່ມືຂອງມະນຸດບໍ່ໄດ້ສ້າງ.(ເບິ່ງ:figs_activepassive)" }, { "title": "ມືຂອງມະນຸດ", "body": "ຄຳວ່າ\"ມື\"ໃນທີ່ນີ້ໝາຍເຖິງມະນຸດທັງໝົດ,ແປອີກຢ່າງວ່າ\"ມະນຸດ\"(ເບິ່ງ:figs_synecdoche)" } ]