[ { "title": "ຂໍ້​ມູນ​ທົ່ວ​ໄປ", "body": "ຄຳວ່າ \"ພວກເຮົາ\" ໃນນີ້ຫມາຍເຖິງນັກຂຽນ ແລະ ຜູ້ທີ່ເຊື່ອທັງຫມົດ. ຂໍ້ອ້າງສອງຂໍ້ນີ້ມາຈາກກົດຫມາຍທີ່ໂມເຊໄດ້ໃຫ້ໄວ້ໃນສັນຍາເກົ່າ. (ເບິ່ງ: figs_inclusive)" }, { "title": "ການແກ້ແຄ້ນເປັນຂອງເຮົາ.", "body": "ການແກ້ແຄ້ນນັ້ນຖືກກ່າວວ່າເປັນເຫມືອນກັບວັດຖຸຢ່າງຫນຶ່ງທີ່ເປັນຂອງພຣະເຈົ້າ ຜູ້ທີ່ມີສິດໃນການທຳຕາມທີ່ພຣະອົງປາດຖະຫນາຕໍ່ສິ່ງທີ່ພຣະອົງເປັນເຈົ້າຂອງ ພຣະເຈົ້າມີສິດໃນການແກ້ແຄ້ນຕໍ່ເຫລົ່າສັດຕູຂອງພຣະອົງ. (ເບິ່ງ: figs_metaphor)" }, { "title": "ເຮົາຈະຕອບແທນຄືນ.", "body": "ພຣະເຈົ້າກຳລັງແກ້ແຄ້ນຖືກກ່າວວ່າເປັນເຫມືອນກັບການທີ່ພຣະອົງກຳລັງຈ່າຍຄືນຄ່າຈ້າງໃຫ້ກັບໃຜບາງຄົນຕາມທີ່ເຂົາສົມຄວນໄດ້ຮັບ. (ເບິ່ງ: figs_metaphor)" }, { "title": "ການຕົກຢູ່ໃນພຣະຫັດ.", "body": "ການໄດ້ຮັບການລົງໂທດຢ່າງເຕັມຂະຫນາດຈາກພຣະເຈົ້າຖືກກ່າວເຖິງວ່າເປັນເຫມືອນກັບການທີ່ບຸກຄົນນັ້ນຕົກຢູ່ໃນມືຂອງພຣະເຈົ້າ ຄຳວ່າ\"ພຣະຫັດ\" ໃນທີ່ນີ້ຫມາຍເຖິງລິດອຳນາດຂອງພຣະເຈົ້າໃນການພິພາກສາ. ແປອີກຢ່າງວ່າ \"ເພື່ອຮັບການລົງໂທດຢ່າງເຕັມຂະຫນາດຂອງພຣະເຈົ້າ\". (ເບິ່ງ: figs_metaphor ແລະ figs_metonymy)" } ]