[ { "title": "ຂໍ້​ມູນ​ເຊື່ອມຕໍ່", "body": "ໃນຂໍ້ 11 ຜູ້ຂຽນເລີ່ມຕົ້ນເຕືອນຄັ້ງທີສາມຂອງເຂົາ ເຂົາເຕືອນໃຫ້ຜູ້ເຊື່ອເຫລົ່ານີ້ທີ່ຍັງຄົງບໍ່ເປັນຜູ້ໃຫຍ່ ແລະ ຫນູນໃຈໃຫ້ພວກເຂົາຮຽນຮູ້ພຣະຄຳຂອງພຣະເຈົ້າເພື່ອພວກເຂົາຈະສາມາດແຍກແຍະສິ່ງທີ່ຖືກຕ້ອງອອກຈາກສິ່ງທີ່ຜິດໄດ້." }, { "title": "ພຣະອົງໄດ້ຖືກເຮັດໃຫ້ສົມບູນ", "body": "ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງ. ແປອີກຢ່າງວ່າ \"ພຣະເຈົ້າຊົງກະທຳໃຫ້ພຣະອົງເອງສົມບູນແບບ\".(ເບິ່ງ: figs_activepassive)" }, { "title": "ຖືກເຮັດໃຫ້ສົມບູນ", "body": "ຫມາຍເຖິງທຳໃຫ້ເປັນຜູ້ໃຫຍ່ ສາມາດຖວາຍກຽດຕິຍົດແດ່ພຣະເຈົ້າໄດ້ໃນທຸກດ້ານຂອງຊີວິດ." }, { "title": "ໄດ້ເປັນຕົ້ນເຫດແຫ່ງຄວາລອດນິຣັນດອນສຳລັບທຸກຄົນທີ່ເຊື່ອຟັງພຣະອົງ", "body": "ຄຳນາມທີ່ເປັນນາມມະທໍາຄຳວ່າ \"ຄວາມລອດ\" ສາມາດກ່າວໃນຮູບຂອງຄຳກິລິຍາໄດ້. ແປອີກຢ່າງວ່າ \"ບັດນີ້ພຣະອົງຊ່ວຍທຸກຄົນທີ່ເຊື່ອຟັງພຣະອົງໃຫ້ລອດ ແລະ ເປັນຕົ້ນເຫດໃຫ້ພວກເຂົາມີຊີວິດຢູ່ຊົ່ວນິລັນດອນ\". (ເບິ່ງ: figs_abstractnouns)" }, { "title": "ພຣະອົງໄດ້ຮັບການອອກແບບໂດຍພຣະເຈົ້າ", "body": "ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງ. ແປອີກຢ່າງວ່າ \"ພຣະເຈົ້າໄດ້ຊົງອອກແບບພຣະອົງ\" ຫລື \"ພຣະເຈົ້າໄດ້ຊົງແຕ່ງຕັ້ງພຣະອົງ\". (ເບິ່ງ: figs_activepassive)" }, { "title": "ຕາມແບບເມຄີເຊເດັກ", "body": "ຫມາຍເຖິງພຣະຄຣິດເປັນປະໂລຫິດທີ່ມີສິ່ງຕ່າງໆເຫມືອນກັນກັບເມຄີ ເຊເດັກ. ແປອີກຢ່າງວ່າ \"ໃນການເປັນປະໂລຫິດແບບດຽວກັນກັບເມຄີເຊເດັກ\"." }, { "title": "ຍັງມີອີກຫລາຍຢ່າງທີ່ເຮົາຈະເວົ້າ", "body": "ເຖິງແມ່ນວ່າຜູ້ຂຽນໃຊ້ຄຳສັບພະນາມພະຫຸພົດວ່າ \"ພວກເຮົາ\" ແຕ່ເຂົາມັກຈະກ່າວເຖິງຕົວຂອງເຂົາເອງຫລາຍກ່ວາ. ແປອີກຢ່າງວ່າ \"ຍັງມີອີກຫລາຍທີ່ຂ້າພະເຈົ້າຈະເວົ້າ\". (ເບິ່ງ: figs_pronouns)" }, { "title": "ພວກທ່ານໄດ້ກາຍເປັນຄົນທີ່ເສື່ອຍຊ້າໃນການຟັງແລ້ວ", "body": "ຄວາມສາມາດໃນການເຂົ້າໃຈ ແລະ ເຊື່ອຟັງຖືກກ່າວວ່າເປັນຄວາມສາມາດໃນການຟັງ ແລະ ຄວາມສາມາດໃນການຟັງຖືກກ່າວວ່າເປັນອຸປະກອນທີ່ເປັນໂລຫະທີ່ບໍ່ຄົມທີ່ນຳມາໃຊ້ບໍ່ໄດ້ແລ້ວ. ແປອີກຢ່າງວ່າ \"ພວກທ່ານມີບັນຫາຫລາຍໃນເລື່ອງຄວາມເຂົ້າໃຈ\". (ເບິ່ງ: figs_metaphor)" } ]