lo_heb_text_ulb_l3/01/01.txt

1 line
1.6 KiB
Plaintext

\c 1 \v 1 \ 1 ເປັນເວລານານມາແລ້ວທີ່ ພຣະເຈົ້າຊົງກ່າວ ແກ່ບັນພະບຸລຸດຂອງພວກເຮົາຜ່ານທາງຜູ້ປະກາດພຣະທຳໃນຫລາຍຄັ້ງແລະ ດ້ວຍຫລາຍວິທີຕ່າງໆ. \v 2 ແຕ່ ໃນຍຸກສຸດທ້າຍນີ້, ພຣະອົງ ໄດ້ຊົງກ່າວກັບພວກເຮົາຜ່ານທາງ ພຣະບຸດ, ຜູ້ທີ່ພຣະອົງແຕ່ງຕັ້ງໃຫ້ເປັນທາຍາດຜູ້ຮັບສັບພະທຸກສິ່ງທັງປວງ ໂດຍຜ່ານທາງ ພຣະອົງ ພຣະອົງໄດ້ຊົງສ້າງໂລກຈັກກະວານ. \v 3 ພຣະບຸດນັ້ນເປັນແສງສະຫວ່າງ ອັນເຈີດຈ້າແຫ່ງພຣະສະຫງ່າຣາສີຂອງພຣະເຈົ້າ, ເປັນຜູ້ສະທ້ອນເຖິງພຣະລັກຊະນະທີ່ແທ້ຈິງຂອງພຣະອົງ. ພຣະອົງຢຶດທຸກສິ່ງເຂົ້າໄວ້ ດ້ວຍກັນໂດຍຖ້ອຍຄຳອັນຊົງຣິດອຳນາດຂອງພຣະອົງ. ຫລັງຈາກທີ່ພຣະອົງໄດ້ຊຳລະບາບກຳແລ້ວ, ພຣະອົງກໍຊົງປະທັບຢູ່ເບື້ອງຂວາພຣະຫັດ ຂອງພຣະເຈົ້າຜູ້ຊົງຣິດທານຸພາບໃນທີ່ສູງສຸດ.