lo_heb_text_ulb_l3/11/35.txt

1 line
1.4 KiB
Plaintext

\v 35 ພວກແມ່ຍິງກໍໄດ້ຮັບຄົນທີ່ຕາຍແລ້ວຂອງພວກເພິ່ນຊຶ່ງຖືກຊົງບັນດານໃຫ້ເປັນຄືນມາມີຊີວິດອີກ. ບາງຄົນກໍໄດ້ຖືກທໍລະມານ ແຕ່ກໍບໍ່ຍອມຮັບການປົດປ່ອຍເພື່ອພວກເພິ່ນຈະໄດ້ຮັບການຄືນມາອັນປະເສີດກວ່າ. \v 36 ບາງຄົນອີກຖືກຫຍໍ້ຫຍັນ ແລະຖືກຂ້ຽນຕີ ຄົນອື່ນອີກ ຖືກລ່າມໂສ້ ແລະ ຖືກຄຸມຂັງໃນຄຸກ. \v 37 ບາງຄົນ ຖືກແກວ່ງຫີນໃສ່, ຖືກເລື່ອຍເປັນທ່ອນ, ຖືກຂ້າດ້ວຍ ຄົມດາບ, ໄດ້ຫົ່ມໜັງແກະ ແລະ ໜັງແບ້ທຽວໄປມາ, ລຳບາກ ຍາກຈົນ, ຖືກຂົ່ມເຫັງ ແລະ ທົນທຸກ ເວດທະນາ ຫລາຍປະການ. \v 38 ແຜ່ນດິນໂລກນີ້ກໍບໍ່ສົມກັບຄົນເຫຼົ່ານັ້ນ. ພວກເພິ່ນ ໄດ້ທຽວໄປມາໃນປ່າ ແລະ ຕາມພູຊ່ອນຕົວໃນຖໍ້າ ແລະໃນຂຸມ.