lo_heb_text_ulb_l3/12/22.txt

1 line
1.4 KiB
Plaintext

\v 22 ແຕ່ພວກທ່ານໄດ້ມາເຖິງພູເຂົາຊີໂອນ, ແລະນະຄອນຂອງພຣະເຈົ້າຜູ້ຊົງພຣະຊົນຢູ່.ມາຍັງເຢຣູຊາເລັມໃນສະຫວັນ, ມາຍັງທູດສະຫວັນນັບເປັນຈຳນວນຫມື່ນໆ ໃນການສະເຫລີມສະຫລອງ, \v 23 ພວກທ່ານໄດ້ມາ ເຖິງທີ່ຊຸມນຸມຂອງບັນດາລູກກົກ ຜູ້ທີ່ຖືກນັບຊື່ໃນສະຫວັນແລ້ວ,ພວກທ່ານໄດ້ມາຍັງ ພຣະເຈົ້າຜູ້ຊົງເປັນຜູ້ພິພາກສາມະນຸດທຸກຄົນ ແລະໄດ້ມາຍັງບັນດາວິນຍານ ຂອງບັນດາ ຄົນຊອບທຳ ທີ່ໄດ້ຮັບການເຮັດໃຫ້ສົມບູນແລ້ວ. \v 24 ແລະພວກທ່ານໄດ້ມາເຖິງພຣະເຢຊູຄຣິດເຈົ້າ ຜູ້ເປັນຄົນກາງແຫ່ງພັນທະສັນຍາໃຫມ່, ແລະ ມາເຖິງພຣະໂລຫິດທີ່ຖືກຊິດໃສ່ຊຶ່ງສົ່ງສຽງດັງກວ່າເລືອດຂອງອາເບັນອີກ.