lo_heb_text_ulb_l3/10/19.txt

1 line
1.5 KiB
Plaintext

\v 19 ດ້ວຍເຫດນີ້ພີ່ນ້ອງທັງຫລາຍ ພວກເຮົາຈຶ່ງມີຄວາມຫມັ້ນໃຈທີ່ຈະເຂົ້າໄປໃນສະຖານອັນສັກສິດທີ່ສຸດ ໂດຍທາງພຣະໂລຫິດຂອງພຣະເຢຊູຄຣິດເຈົ້າ \v 20 ນັ້ນຄືຫົນທາງໃຫມ່ແລະເປັນທາງທີ່ມີຊີວິດ ທີ່ພຣະອົງໄດ້ເປີດໃຫ້ສຳລັບພວກເຮົາໂດຍຜ່ານທາງຜ້າກັ້ງນັ້ນ,ຊຶ່ງຫມາຍເຖິງກາຍທີ່ເປັນເນື້ອຫນັງຂອງພຣະອົງ. \v 21 ແລະເພາະພວກເຮົາມີພຣະມະຫາປະໂລຫິດທີ່ຍິ່ງໃຫຍ່ເຫນືອບ້ານຂອງພຣະເຈົ້າ \v 22 ຂໍໃຫ້ເຮົາເຂົ້າມາໃກ້ດ້ວຍ ຄວາມຈິງໃຈ ດ້ວຍຄວາມຫມັ້ນໃຈ,ຢ່າງເຕັມບໍຣິບູນໃນຄວາມເຊື່ອໃຫ້ຫົວໃຈຂອງເຮົາໄດ້ຮັບການຊຳຣະໃຫ້ສະອາດຈາກຈິດສຳນຶກທີ່ຊົ່ວຮ້າຍ ແລະກາຍຂອງເຮົາໄດ້ຮັບການຊຳຣະລ້າງດ້ວຍນໍ້າທີ່ບໍຣິສຸດ.