lo_heb_text_ulb_l3/07/01.txt

1 line
1.6 KiB
Plaintext

\c 7 \v 1 ສ່ວນເມຄີເຊເດັກ, ຜູ້ນີ້ຄືກະສັດ ແຫ່ງເມືອງຊາເລັມຜູ້ເປັນປະໂຣຫິດ ຂອງພຣະເຈົ້າຜູ້ສູງສຸດ ຜູ້ທີ່ໄດ້ພົບອັບຣາຮາມຫລັງຈາກທີ່ກັບມາຈາກການຮົບກັບກະສັດທັງຫລາຍດ້ວຍໄຊຊະນະ ແລະ ໄດ້ຊົງອວຍພອນແກ່ເພິ່ນ. \v 2 ຄືຜູ້ນີ້ທີ່ອັບຣາຮາມໄດ້ຖະຫວາຍຫນຶ່ງສ່ວນສິບຂອງທຸກສິ່ງໃຫ້ກັບເພິ່ນ ຊື່ຂອງເພິ່ນຄືເມຄີເຊເດັກ, ຫມາຍເຖິງ.ກະສັດແຫ່ງຄວາມຊອບທຳ .ຕໍາແຫ່ນງຂອງເພິ່ນ ອີກຢ່າງຄືກະສັດແຫ່ງຊາເລັມ ຫມາຍເຖິງກະສັດແຫ່ງສັນຕິສຸກ. \v 3 ເພິ່ນຄືຜູ້ທີ່ບໍ່ມີບິດາ, ບໍ່ມີມານດາ ບໍ່ມີບັນພະບຸລຸດແລະບໍ່ມີແມ່ນແຕ່ຈຸດເລີ້ມຕົ້ນ ຫລືຈຸດສີ້ນສຸດຂອງຊີວິດແຕ່ເພິ່ນກໍມີຄວາມຄ້າຍເຫມືອນພຣະບຸດຂອງພຣະເຈົ້າ ເພາະເພິ່ນຍັງຄົງເປັນປະໂຣຫິດນີ້ສືບໆໄປ.