lo_heb_text_ulb_l3/11/29.txt

1 line
1015 B
Plaintext

\v 29 ເພາະມີຄວາມເຊື່ອພວກເພິ່ນຈຶ່ງຍ່າງຂ້ວາມທະເລແດງ ເຫມືອນກັບຍ່າງເທິງດິນແຫ້ງ, ເມື່ອຊາວອີຢິບລອງຂ້ວາມເບິ່ງ ນໍ້າກໍຖ້ວມ, ພວກເຂົາ ຖືກເຮັດໃຫ້ຈົມນໍ້າຕາຍ. \v 30 ເພາະມີຄວາມເຊື່ອ,ກຳແພງເມືອງເຢຣີໂກຈຶ່ງພັງທະລາຍລົງຫລັງຈາກທີ່ພວກເຂົາໄດ້ຍ່າງອ້ອມ ເປັນເວລາເຈັດວັນ. \v 31 ເພາະມີຄວາມເຊື່ອ, ຣາຮາບຍິງໂສເພນີຈຶ່ງບໍ່ໄດ້ຕາຍໄປພ້ອມກັນກັບພວກທີ່ບໍ່ເຊື່ອຟັງ, ເພາະນາງໄດ້ຕ້ອນຮັບຜູ້ສອດແນມເປັນຢ່າງດີ.