lo_heb_text_ulb_l3/11/23.txt

1 line
1.5 KiB
Plaintext

\v 23 ໂດຍຄວາມເຊື່ອເມື່ອໂມເຊເກີດມາເຂົາ ຈຶ່ງຖືກພໍ່ແມ່ເຊື່ອງເຂົາເອົາໄວ້ ເປັນເວລາສາມເດືອນ ເນື່ອງຈາກພວກເຂົາເຫັນວ່າໂມເຊເປັນເດັກທີ່ຫນ້າຮັກແລະ ພວກເພິ່ນບໍ່ຢ້ານກົວຄຳສັ່ງຂອງກະສັດ. \v 24 ໂດຍຄວາມເຊື່ອ, ເມື່ອໂມເຊໃຫຍ່ຂຶ້ນ, ເພິ່ນໄດ້ປະຕິເສດທີ່ຈະຖືກເອີ້ນວ່າ ເປັນລູກຊາຍຂອງລູກສາວຂອງກະສັດຟາໂຣ. \v 25 ແຕ່ເພິ່ນກັບເລືອກການຢູ່ຮ່ວມທຸກລຳບາກ ກັບປະຊາຊົນຂອງພຣະເຈົ້າ, ຫລາຍກ່ວາຈະໃຊ້ຊີວິດສະຫນຸກສະຫນານເພີດເພີນກັບຄວາມບາບພຽງຊົ່ວຄາວ. \v 26 ເພິ່ນຖືວ່າຄວາມເສື່ອມເສັຽຈາກການຕິດຕາມພຣະຄຣິດ ນັ້ນກໍມີຄ່າ ກວ່າຊັບສົມບັດ ທັງໝົດຂອງປະເທດອີຢິບ. ເພາະສາຍຕາຂອງເພິ່ນເລັງເຫັນບຳເຫນັດລາງວັນທີ່ເພິ່ນຈະໄດ້ຮັບນັ້ນ.