lo_heb_text_ulb_l3/11/11.txt

1 line
1.2 KiB
Plaintext

\v 11 ໂດຍຄວາມເຊື່ອນີ້ເອງທີ່ເຮັດໃຫ້ອັບຣາຮາມໄດ້ຮັບພະລັງ ເພື່ອໃຫ້ບັງເກີດເຊື້ອສາຍ,ເຖິງແມ່ນນາງຊາຣາເປັນຫມັນກໍຕາມ,ສິ່ງນີ້ເກີດຂຶ້ນແມ່ນວ່າເຂົາເອງກໍແກ່ຫລາຍແລ້ວ,ນີ້ເປັນເພາະພວກເຂົາຖືວ່າ ພຣະອົງຜູ້ຊົງປຣະທານພຣະສັນຍາໃຫ້ແກ່ພວກເຂົານັ້ນເປັນຜູ້ສັດຊື່. \v 12 ເຫດສະນັ້ນ ຈາກຊາຍຄົນດຽວ ຊຶ່ງແມ່ນວ່າ ເຫມືອນຄົນທີ່ຕາຍແລ້ວນັ້ນເຂົາກໍໄດ້ໃຫ້ກຳເນີດຄົນເຫລົ່ານັ້ນມີຫລວງຫລາຍເຫມືອນດວງດາວໃນທ້ອງຟ້າ ແລະ ເຫມືອນກັບເມັດຊາຍຢູ່ໃນທະເລທີ່ບໍ່ສາມາດນັບຈຳນວນໄດ້.