lo_heb_text_ulb_l3/07/04.txt

1 line
1.4 KiB
Plaintext

\v 4 ຈົ່ງເບິ່ງ ຄວາມຍິ່ງໃຫຍ່ຂອງທ່ານຜູ້ນີ້ເຖີດແມ່ນແຕ່ອັບຣາຮາມບັນພະບຸຣຸດຂອງພວກເຮົາຍັງໄດ້ຖວາຍຫນຶ່ງສ່ວນສິບຈາກສິ່ງທັງຫລາຍທີ່ເຂົາໄດ້ມາຈາກການເຮັດເສິກໃຫ້ແກ່ທ່ານ. \v 5 ໃນທາງຫນຶ່ງບັນດາເຊື້ອສາຍຂອງເລວີ ຜູ້ຮັບຖານະເປັນປະໂລຫິດ ໄດ້ຮັບຄຳສັ່ງຈາກ ກົດບັນຍັດ ສັ່ງໃຫ້ຮວບຮວມສິບລົດຈາກປະຊາຊົນຄື ຈາກພວກພີ່ນ້ອງຂອງຕົນເຖິງແມ່ນວ່າພວກເຂົາຈະມາຈາກເຊື້ອສາຍທາງກາຍຂອງອັບຣາຮາມດ້ວຍກໍຕາມ. \v 6 ແຕ່ກົງກັນຂ້ວາມກັບເມັນຄີເຊເດັກຜູ້ທີ່ບໍ່ໄດ້ສືບເຊື້ອສາຍມາຈາກພວກເຂົາ ເພິ່ນຍັງຮັບສິບລົດຈາກອັບຣາຮາມ ແລະ ອວຍພອນອັບຣາຮາມ, ຜູ້ທີ່ໄດ້ຮັບພຣະສັນຍາຂອງພຣະເຈົ້າ.