lo_heb_text_ulb_l3/06/16.txt

1 line
1.4 KiB
Plaintext

\v 16 ເພາະມະນຸດເຄີຍສາບານໂດຍອ້າງເຖິງໃຜບາງຄົນທີ່ຍິ່ງໃຫຍ່ກວ່າຕົນ. ຄຳສາບານເປັນຄຳເປັນຄຳຢືນຢັນສຸດທ້າຍທີ່ເຮັດໃຫ້ການຖົກຖຽງກັນສິ້ນສຸດລົງ \v 17 ເມື່ອພຣະເຈົ້າຕັດສິນໃຈທີ່ຈະສຳແດງໃຫ້ຊັດເຈນຫລາຍຂຶ້ນຕໍ່ບັນດາຜູ້ທີ່ຈະຮັບມໍຣະດົກ ຕາມພຣະສັນຍາຂອງພຣະອົງ ຕາມພຣະປະສົງທີ່ບໍ່ປ່ຽນແປງຂອງພຣະອົງນັ້ນ ພຣະອົງຈຶ່ງຊົງຢືນຢັນ ດ້ວຍຄຳສາບານຂອງພຣະອົງເອງ. \v 18 ເພື່ອສິ່ງທີ່ບໍ່ສາມາດປ່ຽນແປງໄດ້ສອງຢ່າງຄື : ພຣະເຈົ້າຈະກ່າວຄຳຕົວະບໍ່ໄດ້, ກັບພວກເຮົາທີ່ໄດ້ຫນີເຂົ້າມາລີ້ພັຍຈະໄດ້ມີກຳລັງໃຈ ຢ່າງເຂັ້ມແຂງເພື່ອຢຶດຫມັ້ນຢ່າງເຕັມທີ່ໃນຄວາມເຊື່ອຫມັ້ນທີ່ໄດ້ວາງໄວ້ຕໍ່ຫນ້າເຮົານັ້ນ.