lo_heb_text_ulb_l3/05/12.txt

1 line
1.2 KiB
Plaintext

\v 12 ເຖິງແມ່ນເວລານີ້ພວກທ່ານຄວນຈະເປັນຄຣູໄດ້ແລ້ວ, ແຕ່ ພວກເຈົ້າກໍຍັງຕ້ອງການໃຫ້ມີຄົນ ສອນພວກທ່ານເຖິງຫລັກການເບື້ອງຕົ້ນກຽ່ວກັບຖ້ອຍຄຳຂອງພຣະເຈົ້າ, ພວກເຈົ້າຕ້ອງການນໍ້ານົມບໍ່ແມ່ນອາຫານແຂງ. \v 13 ດ້ວຍວ່າ, ໃຜກໍຕາມທີ່ກິນນໍ້ານົມກໍຍັງບໍ່ຊຳນານ ໃນເລື່ອງຄວາມຊອບທັມ ເພາະເຂົາຍັງເປັນເດັກນ້ອຍຢູ່. \v 14 ອາຫານແຂງນັ້ນເປັນອາຫານສຳລັບຜູ້ໃຫຍ່. ຄົນເຫລົ່ານີ້ຄືຄົນທີ່ຄວນເປັນຜູ້ໃຫຍ່ເຮັດໃຫ້ເຂົາມີຄວາມເຂົ້າໃຈທີ່ຝຶກອົບຮົມພວກເຂົາໃຫ້ສາມາດ ສັງເກດວ່າສິ່ງໃດດີ ແລະສິ່ງໃດຊົ່ວ.