lo_heb_text_ulb_l3/04/14.txt

1 line
1.4 KiB
Plaintext

\v 14 ດ້ວຍເຫດນີ້ຕັ້ງແຕ່ວັນທີ່ເຮົາ ມີພຣະມະຫາປະໂລຫິດຜູ້ຍິ່ງໃຫຍ່ ທີ່ໄດ້ຜ່ານຟ້າສະຫວັນ, ມາແລ້ວ ຄື ພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະເຈົ້າ, ກໍໃຫ້ເຮົາ ຢຶດຄວາມເຊື່ອ ຂອງເຮົາເອົາໄວ້ໃຫ້ຫມັ້ນຄົງ. \v 15 ເພາະ ພວກເຮົາບໍ່ໄດ້ ມີມະຫາປະໂລຫິດທີ່ບໍ່ສາມາດຈະເຫັນໃຈ ໃນຄວາມອ່ອນແອຂອງພວກເຮົາ, ແຕ່ເຮົາມີພຣະອົງຜູ້ທີ່ຖືກທົດລອງ ເຫມືອນຢ່າງ ເຮົາທຸກປະການ, ຍົກເວັ້ນການທີ່ພຣະອົງຊົງບໍ່ມີບາບ. \v 16 ໃຫ້ເຮົາເຂົ້າໄປເຖິງພຣະທີ່ນັ່ງແຫ່ງພຣະຄຸນ, ດ້ວຍຄວາມຫມັ້ນໃຈເພື່ອພວກເຮົາຈະໄດ້ ຮັບພຣະເມດຕາ ແລະ ພົບພຣະຄຸນທີ່ຈະຊ່ວຍພວກເຮົາໄດ້ໃນເວລາທີ່ມີຄວາມຈຳເປັນ.