lo_heb_text_ulb_l3/04/06.txt

1 line
1.1 KiB
Plaintext

\v 6 ດ້ວຍເຫດນີ້ເອງ ຈຶ່ງຍັງມີບາງຄົນທີ່ໄດ້ຮັບການສະຫງວນເອົາໄວ້ເພື່ອເຂົ້າສູ່ການພັກສະຫງົບຂອງພຣະອົງ, ແລະນັບຈາກຊາວອິສະຣະເອນຈຳນວນຫລາຍທີ່ບໍ່ໄດ້ເຂົ້າສູ່ການພັກສະຫງົບ ເພາະພວກເຂົາບໍ່ເຊື່ອຟັງ. \v 7 ພຣະເຈົ້າໄດ້ຕັ້ງວັນຫນຶ່ງຂຶ້ນມາອີກຊຶ່ງເອີ້ນວ່າ, “ວັນນີ້”ຫລັງຈາກນັ້ນອີກ ຫລາຍປີພຣະອົງ ໄດ້ເວົ້າຜ່ານທາງດາວິດ ຢ່າງທີ່ໄດ້ມີອ້າງໄວ້ໃນພຣະຄັມພີ ວ່າ,“ ວັນນີ້ຖ້າຫາກທ່ານຟັງສຽງຂອງພຣະເຈົ້າແລະບໍ່ເຮັດໃຫ້ໃຈຂອງພວກທ່ານແຂງກະດ້າງໄປ.”