lo_heb_text_ulb_l3/02/02.txt

1 line
1.5 KiB
Plaintext

\v 2 ດ້ວຍວ່າ, ຖ້ອຍຄຳທີ່ຖືກກ່າວໂດຍຜ່ານທາງບັນດາເທວະດານັ້ນມີເຫດຜົນແລະ ການລະເມີດກັບການບໍ່ເຊື່ອຟັງທຸກຢ່າງຕາມຍັງໄດ້ຮັບການລົງໂທດຢ່າງເປັນທັມ. \v 3 ແລ້ວ ພວກເຮົາຈະຫລົບຫນີພົ້ນໄດ້ແນວໃດ ຖ້າພວກເຮົາລະເລີຍ ຕໍ່ຄວາມພົ້ນອັນຍິ່ງໃຫ່ຍນີ້? ນີ້ຄືຄວາມພົ້ນທີ່ໄດ້ຮັບການປະກາດ ໃນເວລາທຳອິດ ໂດຍອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາໄດ້ຮັບການຢືນຢັນ ໂດຍບັນດາຄົນເຫຼົ່ານັ້ນທີ່ໄດ້ຍິນເລື່ອງນີ້. \v 4 ໃນເວລາດຽວກັນ ພຣະເຈົ້າໄດ້ເປັນພະຍານ ໂດຍຫມາຍສຳຄັນ, ການອັດສະຈັນ, ການອິດທິຣິດອັນປະກອບໄປດ້ວຍຣິດອຳນາດຫລວງຫລາຍແລະໂດຍໃຫ້ຂອງປຣະທານຂອງພຣະວິນຍານບໍຣິສຸດເຈົ້າຕາມນໍ້າພຣະທັຍຂອງພຣະອົງ.