lo_heb_text_ulb_l3/01/10.txt

1 line
1.1 KiB
Plaintext

\v 10 ອົງພຣະຜູ້ເປັນເຈົ້າ, ໃນແຕ່ຕົ້ນ, ພຣະອົງໄດ້ວາງຮາກຖານຂອງແຜ່ນດິນໂລກ. ຟ້າສະຫວັນເປັນຜົນງານແຫ່ງສີພຣະຫັດຂອງພຣະອົງ. \v 11 ພວກເຂົານັ້ນຈະດັບສູນໄປ, ແຕ່ພຣະອົງຈະຍັງຄົງຢູ່. ສິ່ງເຫລົ່ານັ້ນຈະເກົ່າໄປເຫມືອນກັບເຄື່ອງນຸ່ງຫົ່ມຜືນຫນຶ່ງ. \v 12 ພຣະອົງຈະມ້ວນພວກມັນເຫມືອນ ກັບມ້ວນເສື້ອໃຫຍ່ ແລະ ພວກມັນ ຈະຖືກເຮັດໃຫ້ປ່ຽນໄປເປັນເຫມືອນກັບຜ້າຜືນຫນຶ່ງ. ແຕ່ພຣະອົງຊົງເປັນເຫມືອນເດີມ ແລະ ປີທັງຫລາຍຂອງພຣະອົງ ກໍບໍ່ສິ້ນສຸດຈັກເທື່ອ.”