\v 9 ໃນບ່ອນນັ້ນ ພວກເຂົາໄດ້ທົດລອງພິສູດເຮົາ, ເຖິງແມ່ນວ່າພວກເຂົາ ໄດ້ເຫັນສິ່ງທີ່ເຮົາໄດ້ກະທຳ, ຕະຫລອດສີ່ສິບປີແລ້ວນັ້ນກໍຕາມ. \v 10 ເພາະສະນັ້ນ, ເຮົາຈຶ່ງໂກດຮ້າຍກັບຄົນສະໄໝນັ້ນ ແລະເວົ້າວ່າ,‘ໃຈ ຂອງພວກເຂົາ ມັກຫລົງຜິດ ຢູ່ສະເໝີ ແລະພວກເຂົາບໍ່ຮູ້ຈັກຫົນທາງຂອງເຮົາ.’ \v 11 ເຮົາ ຈຶ່ງໄດ້ໂກດຮ້າຍພວກເຂົາແລະ ໄດ້ສາບານຢ່າງໜັກແໜ້ນໄວ້ວ່າ, ພວກເຂົາ ຈະບໍ່ໄດ້ເຂົ້າໄປໃນດິນແດນນັ້ນຈັກເທື່ອຄື ບ່ອນທີ່ເຮົາຈະໃຫ້ພວກເຂົາໄດ້ພັກຜ່ອນ.”