lo_hag_text_ulb_l3/02/20.txt

1 line
1.1 KiB
Plaintext

\v 20 ແລ້ວພຣະ­ທຳຂອງພຣະຢາເວກໍມາເຖິງຮັກກາຍ ຜູ້ປະກາດພຣະທຳເປັນເທື່ອທີສອງ ໃນວັນທີຊາວສີ່ຂອງເດືອນນັ້ນວ່າ, \v 21 “ຈົ່ງເວົ້າກັບຜູ້ປົກ­ຄອງເມືອງຢູ­ດາ, ເຊ­ຣູບາເບນວ່າ, 'ເຮົາຈະສັ່ນຟ້າສະຫວັນ ແລະ ແຜ່ນ­ດິນໂລກ. \v 22 ເພາະເຮົາຈະຂວ້ຳບັນລັງຂອງອາ­ນາ­ຈັກຕ່າງໆ ແລະ ທຳລາຍອຳນາດຂອງອານາ­ຈັກ ຂອງຊົນຊາດເຫລົ່ານັ້ນ! ເຮົາຈະຂວ້ຳລົດມ້າຮົບເສິກແລະຜູ້ຂັບຂີ່ລົດນັ້ນ; ທັງມ້າ ແລະ ຜູ້ຂີ່ມ້າຈະລົ້ມລົງ, ຄືທຸກຄົນຈະຖືກທຳລາຍດ້ວຍຄົມດາບຂອງພີ່­ນ້ອງຂອງເຂົາ.