lo_hab_text_ulb_l3/03/07.txt

1 line
891 B
Plaintext

\v 7 ຂ້ານ້ອຍໄດ້ເຫັນເຕັນຂອງພົນລະເມືອງກູຊານຢູ່ໃນຄວາມເຈັບປວດ, ແລະຜ້າເຕັນທັງຫລາຍໃນດິນແດນມີດີອານຕົວສັ່ນຂວັນເສັຽ. \v 8 ພຣະຢາເວຊົງພຣະພິໂຣດຕໍ່ແມ່ນໍ້າທັງຫລາຍບໍ? ພຣະພິໂຣດຂອງພຣະອົງຊົງມີຕໍ່ແມ່ນ້ຳທັງຫລາຍ, ຫລືຄວາມເດືອດດານຂອງພຣະອົງມີຕໍ່ທະເລ, ເມື່ອພຣະອົງຊົງຄວບຄຸມເຫນືອບັນດາມ້າຂອງພຣະອົງ ແລະ ບັນດາລົດມ້າເສິກທີ່ມີໄຊຊະນະຂອງພຣະອົງບໍ?