lo_hab_text_ulb_l3/02/18.txt

1 line
1.5 KiB
Plaintext

\v 18 ຮູບເຄົາຣົບໃຫ້ຜົນປະໂຫຍດອັນໃດແກ່ພວກເຈົ້າ? ເພາະຄົນທີ່ໄດ້ແກະສະຫລັກມັນ, ຫລືຄົນທີ່ຫລໍ່ຮູບປັ້ນນັ້ນຈາກໂລຫະຫລອມ ກໍເປັນຄຣູຂອງຄົນຂີ້ຕົວະ; ເພາະເຂົາວາງໃຈໃນຜົນງານແຫ່ງນໍ້າມືຂອງເຂົາເອງ ເມື່ອເຂົາສ້າງພຣະຕ່າງໆ ທີ່ເວົ້າບໍ່ໄດ້ນີ້ຂຶ້ນມາ. \v 19 'ວິບັດແກ່ຄົນທີ່ກຳລັງເວົ້າຕໍ່ຮູບໄມ້ນັ້ນວ່າ, ຈົ່ງຕື່ນຂຶ້ນ! ຫລືເວົ້າກັບກ້ອນຫີນທີ່ເປັນໄບ້ວ່າ, ຈົ່ງລຸກຂຶ້ນ! ແຕ່ຮູບເຄົາຣົບເຫລົ່ານີ້ສອນດ້ວຍບໍ? ເບິ່ງແມ ມັນໂອບດ້ວຍທອງຄຳ ຫລືເງິນ, ແຕ່ບໍ່ມີລົມຫາຍໃຈຢູ່ພາຍໃນຕົວເລີຍ. \v 20 ແຕ່ພຣະຢາເວຊົງປຣະທັບຢູ່ໃນ ພຣະວິຫານອັນບໍຣິສຸດຂອງພຣະອົງ! ດິນແດນທັງສິ້ນ ຈົ່ງມິດງຽບຕໍ່ພຣະພັກຂອງພຣະອົງເຖີ້ນ."