lo_hab_text_ulb_l3/01/05.txt

1 line
1.1 KiB
Plaintext

\v 5 “ຈົ່ງເບິ່ງຊົນຊາດທັງຫລາຍອ້ອມແອ້ມເຈົ້າ; ເຈົ້າຈະປະຫລາດໃຈຕໍ່ສິ່ງທີ່ເຈົ້າເຫັນ! ເພາະວ່າ ເຮົາຈະໃຫ້ບາງສິ່ງເກີດຂຶ້ນໃນສະໄຫມຂອງເຈົ້າ ຊຶ່ງເຈົ້າຈະບໍ່ເຊື່ອສິ່ງທີ່ຕົນໄດ້ຍິນ. \v 6 ເບິ່ງແມ! ເຮົາພວມນຳຊາວເຄເດັຽ—ຄືພວກທີ່ໂຫດຮ້າຍ ແລະໃຈຮ້ອນມາໃຫ້ມີອຳນາດ—ພວກເຂົາກຳລັງອອກໄປຢຶດ ແລະ ຄອບຄອງປະເທດທັງຫລາຍທົ່ວໂລກ. \v 7 ພວກເຂົາກຳລັງສ້າງຄວາມຢ້ານກົວ ແລະຄວາມອົນລະຫົນຂຶ້ນທົ່ວໄປ; ໂດຍເປັນຜູ້ອອກກົດຫມາຍ ແລະໃຊ້ກົດຫມາຍເອງ.