lo_gen_tn_l3/24/39.txt

34 lines
4.9 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ: ",
"body": "ຄົນຮັບໃຊ້ຂອງອັບຣາຮາມສືບຕໍ່ເວົ້າກັບຄອບຄົວຂອງເຣເບກາ."
},
{
"title": "ບາງທີ​ຍິງ​ນັ້ນຈະ​ບໍ່​ຕິດຕາມຂ້ອຍ",
"body": "ເຫດການນີ້ລັກສະນະນີ້ອາດຈະເກີດຂື້ນໄດ້. ອາແປໄດ້ອີກວ່າ: \"ຈະເປັນແນວໃດຖ້າວ່າຜູ້ຍິງນັ້ນຈະບໍ່ຕິດຕາມຂ້ອຍມາ.\" ຫລື \"ຂ້ອຍຄວນເຮັດແນວໃດຖ້າຜູ້ຍິງຈະບໍ່ກັບມາກັບຂ້ອຍ?\" (ເບິ່ງເພີ່ມເຕີມ: figs_hypo)\n"
},
{
"title": "ກ່ອນຫນ້າຜູ້ທີ່ຂ້ານ້ອຍໄປຫາ",
"body": "ການຮັບໃຊ້ພຣະຢາເວ ແມ່ນຖືກເວົ້າໃນທຳນອງວ່າອັບຣາຮາມໄດ້ຍ່າງໃນທີ່ພຣະນິເວດຂອງພຣະຢາເວ. ອາດແປໄດ້ອີກວ່າ: \"ຜູ້ທີ່ຂ້ານ້ອຍໄດ້ຮັບໃຊ້\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ພຣະອົງ​ຈະ​ຊົງເຮັດໃຫ້ທາງຂອງ​ເຈົ້າ​ປະສົບຄວາມສຳເລັດ",
"body": "\"ພຣະອົງ​ຈະ​ຊົງເຮັດໃຫ້ທາງຂອງ​ເຈົ້າ​ປະສົບຄວາມສຳເລັດ\""
},
{
"title": "ຈາກ​ເຊື້ອສາຍຄອບຄົວ​",
"body": "\"ຄອບຄົວ​\""
},
{
"title": "ແຕ່ເຈົ້າຈະ​ເປັນອິສະຫລະ​ຈາກ​ຄຳ​ສາບານ​ຂອງເຮົາ ຖ້າ​ເຈົ້າ​ມາເຖິງຍາຕ​ຂອງເຮົາ ​​ແລະ​ພວກເຂົາ​ບໍ່ໃຫ້ນາງແກ່ເຈົ້າ. ດັ່ງນັ້ນ ເຈົ້າ​ຈະເປັນອິສະ​ຫລະ​ຈາກ​ຄຳ​ສາບານ​ຂອງເຮົາ",
"body": "ນີ້ແມ່ນສະຖານະການສົມມຸດຕິຖານ ທີ່ອັບຣາຮາມບໍ່ຄິດວ່າມັນອາດຈະເກີດຂື້ນ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) \"ມີພຽງທາງດຽວສຳລັບເຈົ້າທີ່ຈະພົ້ນຈາກຄຳສາບານຂອງຂ້ອຍຄື: ຖ້າເຈົ້າໄປຫາຍາດພີ່ນ້ອງຂອງຂ້ອຍ ແລະ ພວກເຂົາບໍ່ຍອມໃຫ້ເຈົ້າ, ເຈົ້າຈະເປັນອິດສະຫລະຈາກຄຳສາບານຂອງເຮົາ\" ຫລື, 2) ຂໍ້ 40, \"ຖ້າເຈົ້າໄປຫາຄອບຄົວຂອງພໍ່ຂ້ອຍ ແລະ ຂໍຍິງສາວຄົນຫນຶ່ງ, ເຈົ້າໄດ້ເຮັດໃນສິ່ງທີ່ຂ້ອຍໄດ້ບອກເຈົ້າໃຫ້ເຮັດ. ຖ້າພວກເຂົາບໍ່ຍອມໃຫ້ນາງມາກັບເຈົ້າ, ເຈົ້າຈະເປັນອິດສະຫລະຈາກຄຳສາບານທີ່ເຈົ້າສາບານກັບເຮົາ.\" (ເບິ່ງເພີ່ມເຕີມ: figs_hypo)"
},
{
"title": "ເຈົ້າ​ຈະເປັນອິສະ​ຫລະ​ຈາກ​ຄຳ​ສາບານ​ຂອງເຮົາ",
"body": "\"ທ່ານຈະພົ້ນຈາກຄຳສາບານທີ່ທ່ານໄດ້ເຮັດກັບເຮົາ.\" ບໍ່ຈຳເປັນຕ້ອງປະຕິບັດຕາມຄຳສາບານທີ່ໄດ້ກ່າວມາແລ້ວນັ້ນ ຜູ້ທີ່ໄດ້ສາບານກໍຖືວ່າເປັນອິດສະຫລະຈາກການຕົກເປັນຜູ້ມີພັນທະທີ່ຜູກມັດຕົວລາວໄວ້. ອາດແປໄດ້ອີກວ່າ: \"ເຈົ້າຈະບໍ່ ຈຳເປັນຕ້ອງເຮັດໃນສິ່ງທີ່ເຈົ້າສາບານກັບເຮົາວ່າເຈົ້າຈະເຮັດ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ຖ້າ​ເຈົ້າ​ມາເຖິງຍາຕ​ຂອງເຮົາ",
"body": "ພາສາຕ່າງໆໃຊ້ຄຳສັບມາ ແລະ ໄປຕ່າງກັນ. ອາດແປໄດ້ອີກວ່າ: \"ຖ້າທ່ານມາຮອດເຮືອນພີ່ນ້ອງຂອງເຮົາ\" ຫລື \"ຖ້າທ່ານໄປຫາຍາດພີ່ນ້ອງຂອງເຮົາ\" (ເບິ່ງເພີ່ມເຕີມ: figs_go)"
}
]