lo_gen_tn_l3/06/01.txt

26 lines
3.2 KiB
Plaintext

[
{
"title": "ສິ່ງນີ້ໄດ້ເກີດຂຶ້ນ",
"body": "ວະລີນີ້ຖືກນຳໃຊ້ຢູ່ນີ້ ເພື່ອຫມາຍເຖີງຈຸດເລີ່ມຕົ້ນຂອງພາກໃຫມ່ຂອງບົດເລື່ອງ. ຖ້າພາສາຂອງທ່ານມີວິທີການເວົ້າສິ່ງນີ້, ທ່ານສາມາດພິຈາລະນານຳໃຊ້ຢູ່ນີ້ກໍໄດ້."
},
{
"title": "ໃຫ້ກຳເນີດລູກສາວທັງຫລາຍແກ່ພວກເຂົາ",
"body": "ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: \"ບັນດາເມຍໄດ້ເກີດລູກສາວ\" (ເບິ່ງເພີ່ມເຕີມ: figs_activepassive)"
},
{
"title": "ລູກຊາຍທັງຫລາຍຂອງພຣະເຈົ້າ",
"body": "ຜູ້ແປສາມາດເພີ່ມຄຳເວົ້າທີ່ວ່າ: \"ມັນບໍ່ຈະແຈ້ງວ່າສິ່ງນີ້ ຫມາຍເຖິງມະນຸດເທິງສະຫວັນ ຫລື ມະນຸດສະໂລກ. ໃນກໍລະນີໃດກໍ່ຕາມ, ພວກເຂົາແມ່ນມະນຸດທີ່ພຣະເຈົ້າໄດ້ສ້າງ. \"ບາງຄົນເຊື່ອວ່າຄຳເວົ້າເຫລົ່ານີ້ ຫມາຍເຖິງເທວະດາທີ່ກະບົດຕໍ່ພຣະເຈົ້າ, ນັ້ນແມ່ນວິນຍານຊົ່ວ ຫລື ຜີປີສາດ. ບາງຄົນຄິດວ່າສິ່ງນີ້ອາດຫມາຍເຖິງ ຜູ້ປົກຄອງການເມືອງທີ່ມີອຳນາດ, ແລະ ບາງຄົນຄິດວ່າສິ່ງນີ້ອາດຫມາຍ ເຖິງລູກຫລານຂອງເຊດ."
},
{
"title": "ວິນຍານຂອງເຮົາ",
"body": "ທີ່ນີ້ພຣະຢາເວໄດ້ເວົ້າກ່ຽວກັບພຣະອົງເອງ ແລະ ຈິດວິນຍານຂອງພຣະອົງ, ຊຶ່ງເປັນຈິດວິນຍານຂອງພຣະເຈົ້າ."
},
{
"title": "ເນື້ອຫນັງ",
"body": "ນີ້ຫມາຍຄວາມວ່າພວກເຂົາມີຮ່າງກາຍ ຊຶ່ງມື້ຫນຶ່ງຈະຕາຍ."
},
{
"title": "ພວກເຂົາຈະມີອາຍຸພຽງ 120 ປີ",
"body": "ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ອາຍຸຍືນສະເລ່ຍຂອງຄົນເຮົາຈະຫລຸດລົງເຖິງ 120 ປີ. ອາດແປໄດ້ອີກວ່າ: \"ພວກເຂົາຈະບໍ່ມີຊີວິດຢູ່ຫຼາຍກວ່າ 120 ປີ\" ຫລື 2) ໃນ 120 ປີທຸກຄົນຈະຕາຍ. ອາດແປໄດ້ອີກວ່າ: \"ພວກເຂົາຈະມີຊີວິດພຽງແຕ່ 120 ປີເທົ່ານັ້ນ\" (ເບິ່ງເພີ່ມເຕີມ: translate_numbers)"
}
]