lo_gen_tn_l3/49/11.txt

30 lines
4.1 KiB
Plaintext

[
{
"title": "ຈົ່ງມັດລາຂອງເຂົາ.....ເຫລົ່າຕົ້ນອະງຸ່ນ",
"body": "ປະໂຫຍກທັງສອງຫມາຍເຖິງສິ່ງດຽວກັນ. ຫມາຍຄວາມວ່າຕົ້ນອະງຸ່ນເຕັມໄປດ້ວຍຫມາກອະງຸ່ນຫລາຍ ດັ່ງນັ້ນເຈົ້ານາຍຈິ່ງບໍ່ສົນໃຈວ່າລາຂອງລາວຈະກິນຫມາກໄມ້ບາງສ່ວນ. (ເບິ່ງເພີ່ມເຕີມ: figs_parallelism ແລະ figs_explicit)"
},
{
"title": "ຂອງລາວ....ລາວ",
"body": "ຄວາມຫມາຍທີ່ເປັນໄປໄດ້ ສຳລັບທຸກໆເຫດການທີ່ເກີດຂື້ນ \"ຂອງລາວ\" ຫລື \"ລາວ\" ແມ່ນ 1) ພວກເຂົາຫມາຍເຖິງລູກຫລານຂອງຢູດາ. ອາດແປໄດ້ອີກວ່າ: \"ຂອງພວກເຂົາ ... ພວກເຂົາ\" ຫລື 2) ພວກເຂົາກ່າວເຖິງຜູ້ປົກຄອງໃນຂໍ້ 49:10, ຊຶ່ງອາດຈະຫມາຍເຖິງພະເມຊີອາ."
},
{
"title": "ເຂົາໄດ້ຊັກ......ໃນເລືອດເເຫ່ງອະງຸ່ນ",
"body": "ປະໂຫຍກທັງສອງຫມາຍເຖິງສິ່ງດຽວກັນ. ມັນຫມາຍຄວາມວ່າມີຫມາກອະງຸ່ນຫລາຍຈົນພວກເຂົາສາມາດລ້າງເຄື່ອງນຸ່ງຂອງພວກເຂົາ ໃນນໍ້າອະງຸ່ນໄດ້. (ເບິ່ງເພີ່ມເຕີມ: figs_parallelism ແລະ figs_explicit)"
},
{
"title": "ເຂົາໄດ້ຊັກ",
"body": "ປົກກະຕິແລ້ວໃນເຫດການທຳນວາຍ ທີ່ຈະເກີດຂື້ນໃນອະນາຄົດແມ່ນຖືກອະທິບາຍວ່າເປັນສິ່ງທີ່ໄດ້ເກີດຂື້ນໃນອະດີດ. ສິ່ງນີ້ເນັ້ນຫນັກວ່າເຫດການນີ້ຈະເກີດຂຶ້ນຢ່າງແນ່ນອນ. ອາດແປໄດ້ອີກວ່າ: \"ພວກເຂົາຈະລ້າງ\" ຫລື \"ລາວຈະລ້າງ\" (ເບິ່ງເພີ່ມເຕີມ: figs_pastforfuture)"
},
{
"title": "ເລືອດເເຫ່ງອະງຸ່ນ",
"body": "ປະໂຫຍກນີ້ເວົ້າກ່ຽວກັບນໍ້າອະງຸ່ນຄືກັບວ່າມັນເປັນເລືອດ. ສິ່ງນີ້ເນັ້ນ ຫນັກວ່າສີແດງຂອງນໍ້າອະງຸ່ນແດງປານໃດ. (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ດວງຕາຂອງເຂົາຈະມີສີເຂັ້ມຄືເຫລົ້າອະງຸ່ນ",
"body": "ນີ້ຫມາຍເຖິງສີຂອງດວງຕາຂອງຄົນເຮົາເຖິງສີແດງຂອງເຫລົ້າອະງຸ່ນ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຕາມືດເຮັດໃຫ້ສາຍຕາບໍ່ດີ ຫລື 2) ຄົນຕາຈະເປັນສີແດງຈາກການດື່ມເຫລົ້າຫລາຍ. (ເບິ່ງເພີ່ມເຕີມ: figs_simile ແລະ figs_explicit)"
},
{
"title": "ແຂ້ວຂອງເຂົາຈະຂາວຄືນົມ",
"body": "ສິ່ງນີ້ປຽບທຽບສີແຂ້ວຂອງຄົນເຮົາກັບສີຂາວຂອງນົມ. ນີ້ ຫມາຍຄວາມວ່າຈະມີງົວທີ່ມີສຸຂະພາບແຂງແຮງຫລາຍ ຊຶ່ງພວກມັນຈະມີນໍ້ານົມຢ່າງຫລວງຫລາຍ. (ເບິ່ງເພີ່ມເຕີມ: figs_simile ແລະ figs_explicit)"
}
]