lo_gen_tn_l3/27/43.txt

34 lines
2.8 KiB
Plaintext

[
{
"title": "ບັດນີ້",
"body": "ນີ້ບໍ່ໄດ້ຫມາຍຄວາມວ່າ \"ໃນເວລານີ້,\" ແຕ່ຖືກໃຊ້ເພື່ອດຶງດູດຄວາມສົນໃຈຕໍ່ຈຸດສຳຄັນທີ່ຕິດຕາມມາ."
},
{
"title": "ຫນີໄປຫາລາບານ",
"body": "\"ຫນີຈາກທີ່ນີ້ໄປໂດຍໄວ ແລະ ໄປຫາລາບານ\" "
},
{
"title": "ຊົ່ວໄລຍະ​ຫນຶ່ງ",
"body": "\"ຊົ່ວໄລຍະ​ຫນຶ່ງ\""
},
{
"title": "ຈົນກວ່າຄວາມໂກດຮ້າຍຂອງອ້າຍເຈົ້າ​",
"body": "\"ຈົນກວ່າຄວາມໂກດຮ້າຍຂອງອ້າຍເຈົ້າ​ເຢັນລົງ\""
},
{
"title": "ຈົນກວ່າຄວາມໂກດຮ້າຍຂອງອ້າຍເຈົ້າ​ຫັນໄປຈາກເຈົ້າ",
"body": "ບໍ່ມີຄວາມໃຈຮ້າຍອີກຕໍ່ໄປຖືກເວົ້າຄືກັບວ່າ ຄວາມໃຈຮ້າຍຫັນໄປທິດທາງອື່ນ. ອາດແປໄດ້ອີກວ່າ: \"ຈົນກວ່າລາວຈະບໍ່ໂກດແຄ້ນຕໍ່ເຈົ້າອີກ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ເປັນຫຍັງ​​ແມ່​ຕ້ອງ​ສູນເສຍ​ພວກ​ເຈົ້າທັງສອງ​ຄົນໃນ​ມື້​ດຽວກັນ?",
"body": "ນາງເຣເບກາໃຊ້ຄຳຖາມເພື່ອເນັ້ນຫນັກເຖິງຄວາມເປັນຫ່ວງຂອງນາງ. ອາດແປໄດ້ອີກວ່າ: \"ຂ້ອຍບໍ່ຕ້ອງການສູນເສຍ ພວກເຈົ້າທັງສອງໃນມື້ດຽວ!\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ແມ່​ຕ້ອງ​ສູນເສຍ​ພວກ​ເຈົ້າທັງສອງ​ຄົນໃນ​ມື້​ດຽວກັນ",
"body": "ມັນມີຄວາມຫມາຍວ່າຖ້າເອຊາວ ຂ້າຢາໂຄບ, ພວກເຂົາກໍ່ຈະປະຫານເອຊາວເພາະຖືວ່າເປັນຄາດຕະກອນ. (ເບິ່ງເພີ່ມເຕີມ: figs_explicit)"
},
{
"title": "ແມ່​ຕ້ອງ​ສູນເສຍ",
"body": "ນີ້ແມ່ນວິທີການເວົ້າທີ່ສຸພາບເຊິ່ງຫມາຍເຖິງ ການເສຍຊີວິດຂອງລູກຊາຍຂອງນາງ. (ເບິ່ງເພີ່ມເຕີມ: figs_euphemism)"
}
]