lo_gen_tn_l3/27/36.txt

26 lines
3.6 KiB
Plaintext

[
{
"title": "ຜູ້ທີ່ເຮັດບໍ່ຖືກຕ້ອງນີ້ຄືຢາໂຄບບໍ່ແມ່ນບໍ?",
"body": "ເອຊາວໃຊ້ຄຳຖາມເພື່ອເນັ້ນຫນັກເຖິງຄວາມໂກດແຄ້ນຂອງລາວ ຕໍ່ຢາໂຄບ. ອາດແປໄດ້ອີກວ່າ: \"ຢາໂຄບແມ່ນຊື່ທີ່ຖືກຕ້ອງສຳລັບອ້າຍຂອງຂ້ອຍ!\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ຢາໂຄບ",
"body": "ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ: \"ຊື່ຢາໂຄບຫມາຍຄວາມວ່າ 'ລາວຈັບສົ້ນຕີນ.' ໃນພາສາເດີມຊື່ວ່າ 'ຢາໂຄບ' ຍັງມີສຽງຄ້າຍຄືຄຳວ່າ 'ລາວຫລອກລວງ.' \""
},
{
"title": "ເຂົາໄດ້ເອົາ......ຄຳອວຍພອນ",
"body": "ຄຳນີ້ເວົ້າກ່ຽວກັບສິດທິລູກຫົວປີຖືກກ່າວເຖີງ ຄືກັບວ່າມັນເປັນວັດຖຸທີ່ຄົນເຮົາສາມາດເອົາໄປໄດ້. ອາດແປໄດ້ອີກວ່າ: \"ລາວໄດ້ຫລອກລວງຂ້ອຍເພື່ອລັກເອົາມໍລະດົກສອງຢ່າງທີ່ຂ້ອຍຄວນໄດ້ຮັບ ຈາກການເປັນລູກຊາຍກົກ!\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ບັດນີ້​ເຂົາ​ໄດ້​ເອົາຄຳອວຍ​ພອນ​ຂອງ​ລູກ​ໄປ​ອີກ",
"body": "ສິ່ງນີ້ເວົ້າກ່ຽວກັບພອນຄືກັບວ່າມັນເປັນວັດຖຸທີ່ຄົນນັ້ນ ສາມາດເອົາໄປໄດ້. ອາດຈະແປໄດ້ອີກວ່າ: \"ດຽວນີ້ລາວໄດ້ຫລອກລວງເຈົ້າໃຫ້ເປັນພອນໃຫ້ລາວແທນຂ້ອຍ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ບໍ່ມີ​ຄຳອວຍພອນ​ຈັກ​ຢ່າງ​ເຫລືອ​ໄວ້​ໃຫ້​ລູກ​ອີກ​ແດ່​ບໍ?",
"body": "ເອຊາວຮູ້ວ່າພໍ່ຂອງລາວບໍ່ສາມາດອວຍພອນໃຫ້ລາວ ກັບສິ່ງດຽວກັນກັບທີ່ລາວໄດ້ອວຍພອນ ຢາໂຄບ. ເອຊາວກຳລັງຖາມຖ້າມີສິ່ງໃດທີ່ອີຊາກສາມາດອວຍພອນໃຫ້ແກ່ລາວໄດ້ອີກ ເຊິ່ງເປັນຄຳອວຍພອນທີ່ບໍ່ໄດ້ໃຫ້ແກ່ ຢາໂຄບ."
},
{
"title": "ລູກຊາຍຂອງພໍ່ເອີຍ​ ພໍ່​ຈະ​ສາມາດເຮັດສິ່ງໃດຫລາຍກວ່ານີ້ສຳລັບເຈົ້າ​ໄດ້​ບໍ?",
"body": "ອີຊາກໃຊ້ຄຳຖາມເພື່ອເນັ້ນຫນັກວ່າບໍ່ມີສິ່ງອື່ນໃດ ທີ່ລາວສາມາດເຮັດໄດ້ອີກແລ້ວ. ອາດແປໄດ້ອີກວ່າ: \"ບໍ່ມີຫຍັງອີກທີ່ພໍ່ສາມາດເຮັດໄດ້ສຳລັບເຈົ້າ!\" (ເບິ່ງເພີ່ມເຕີມ: figs_rquestion)"
}
]